SBS

SBS Lao - SBS ພາ​ສາ​ລາວ

News LO ↓ 780 episodes

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Be sure to visit the podcast's website and support the creator: www.sbs.com.au

Author

SBS

Category

News

Podcast website

www.sbs.com.au

Latest episode

Nov 19, 2026

Where to listen?

Podcasts in the app Replaio Radio Coming soon

Podcasts are coming to the app soon. Install now and be the first to see a whole new take on podcasts

Get it on Google Play Install for free Android 10M+ downloads · 4.7+ rating iOS soon

Episodes

Be prepared for snake season in Australia - ການກຽມຕົວ ສໍາລັບລະດູງູໃນອອສເຕຣເລັຍ 19.11.2026

Snakes are often seen in Australia in spring and summer. You may also see one at other times of year, depending on the weather. Here are some expert tips on snake behaviour and what to do if you see one. - ງູມັກຈະຖືກພົບເຫັນໃນລະດູໃບໄມ້ປົ່ງ ແລະລະດູຮ້ອນ. ທ່ານອາດຈະເຫັນງູໃນເວລາອື່ນຂອງປີ ແລ້ວແຕ່ສະພາບອາກາດ. ນີ້ແມ່ນຄໍາແນະນໍາຈາກຜູ້ຊ່ຽວຊານກ່ຽວກັບພຶດຕິກັມງູ ແລະສິ່ງທີ່ຄວນເຮັດຖ້າພົບເຫັນງູ.

ປັນຫາ ແລະ ອະນາຄົດຂອງ Nvidia' 19.11.2026

ຜົນກະທົບຍັງຄົງມີຢ່າງຕໍ່ເນື່ອງສໍາລັບ Nvidia ແລະ Jensen Huang. Jensen Huang, CEO ຂອງ Nvidia ປະເຊີນກັບການກວດສອບໃຫມ່ ກ່ຽວກັບການມີຄວາມສໍາພັນກັບຜູ້ຍິງຄົນຫນຶ່ງ ທີ່ຖືກກ່າວຫາໂດຍໜ່ວຍຂ່າວລັບ ຂອງສະຫະຣັດວ່າ ເປັນສາຍລັບຈີນ. ນີ້ເປັນເຫດຜົນທີ່ຄນະບໍຣິຫານ Nvidia ຄາດວ່າ ຈະປະຊຸມເພື່ອຕັດສິນອະນາຄົດ ຂອງຫົວຫນ້າທີ່ກໍາລັງປະສົບກັບປັນຫາ. #sbsaudiopodcast

ກອກຢາຜິດກົດໝາຍ ກັບ ອັດຕາການສູບຢາ. 19.11.2026

ຕລາດຢາສູບຜິດກົດຫມາຍຂອງອອສເຕຣເລັຍ ໄດ້ຫຼຸດລົງເປັນຄັ້ງທໍາອິດໃນຮອບ 5 ປີ, ທ່າມກາງການຍຶດຢາສູບຜິດກົດຫມາຍ ແລະ Vapes ເປັນປວັດການ. ຜູ້ຊ່ຽວຊານດ້ານສຸຂະພາບ ຍິນດີກັບການປ່ຽນແປງນີ້, ແຕ່ເຕືອນວ່າ ສິນຄ້າລາຄາຖືກໃນຕລາດມືດ ຍັງມີຢູ່ຢ່າງກວ້າງຂວາງ, ເຮັດໃຫ້ຊາວອອສເຕຣເລັຍ ຕິດ Nicotine ແລະ ເຮັດໃຫ້ຜູ້ສູບຢາເລີກສູບ ໄດ້ຍາກຂຶ້ນ. #sbsaudiopodcast

ສລຸບຂ່າວປະຈຳອາທິດ 19 ພິຈິກ 2026 19.11.2026

ສລຸບຂ່າວປະຈຳອາທິດ 19 ພິຈິກ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ...ນາຍົກຣັດຖະມົນຕີອອສເຕຣເລັຍ ໃນການປະຊຸມຜູ້ນໍາ Quad ໃນ Manila *** ... ...ການອອກຈໍາຫນ່າຍ ທີ່ລໍຖ້າມາດົນຂອງ Grand Theft Auto 6 ແລະໃນຂ່າວກິລາ *** ... ....Cameron Bancroft ກ່າວວ່າ "ທີມທັງຫມົດ" ຮູ້ກ່ຽວກັບກໍຣະນີການດັດແປງລູກບານ (Ball tampering). #sbsaudiopodcast

ສລຸບຂ່າວປະຈຳອາທິດ 13 ພິຈິກ 2026 13.11.2026

ສລຸບຂ່າວປະຈຳອາທິດ 13 ພິຈິກ 2026 ຫົວຂໍ້ຂ່າວປະຈຳອາທິດນີ້ ມີດັ່ງຕໍ່ໄປນີ້: ** ຜູ້ອໍານວຍການ Nvidia Jensen Huang ລາອອກ ຫຼັງຈາກມີຄວາມສໍາພັນລັບ ກັບຜູ້ຖືກສົງສັຍວ່າເປັນສາຍລັບຈີນ... ** ເດັກຊາຍວັຍລຸ້ນຄົນຫນຶ່ງ ຖືກພົບຢ່າງປອດພັຍ ຫຼັງຈາກຫາຍໄປ 6 ມື້ໃນປ່າ Victoria. ** ແລະໃນກິລາ, ເກມເຕະບານຂອງ Socceroos ກັບ Jordan ໄດ້ຍ້າຍໄປທີ່ Doha ເນື່ອງຈາກການກັງວົນດ້ານຄວາມປອດພັຍ. #sbsaudiopodcast

ອັດຕາການວ່າງງານໃນ ອອສເຕຣເລັຍ. 12.11.2026

ອັດຕາການວ່າງງານໃນ ອອສເຕຣເລັຍໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງຄາດວ່າຈະເພີ່ມຂຶ້ນຕໍ່ໄປ ຕລອດປີ 2027 ຕໍ່ເນື່ອງໄປເຖິງປີ 2028. ເມື່ອເດືອນກ່ອນ, ສໍານັກງານສະຖິຕິອອສເຕຣເລັຍ (the Australian Bureau of Statistics - ABS) ໄດ້ເຜີຍວ່າ ອັດຕາການວ່າງງານໄດ້ເຖິງລະດັບສູງສຸດ ໃນຮອບ 5 ປີ (ຕັ້ງແຕ່ເດືອນຕຸລາ 2021) ຊຶ່ງສະແດງໃຫ້ເຫັນວ່າ ອັດຕາການວ່າງງານ ໄດ້ສູງກວ່າທີ່ຕລາດໄດ້ຄາດໄວ້ເລັກນ້ອຍ ເປັນ 4.7 ເປີເຊັນ. ບາງບໍຣິສັດໃຫຍ່ ແລະມີຊື່ສຽງ...

ຜົນການເລືອກຕັ້ງໃນ New Zealand. 12.11.2026

ການເລືອກຕັ້ງຂອງ New Zealand ບໍ່ສາມາດບົ່ງບອກຜູ້ໄດ້ໄຊຊນະທີ່ຊັດເຈນໄດ້. ພັກ National Party ຂອງນາຍົກຣັດຖະມົນຕີ Christopher Luxon ໄດ້ຮັບທີ່ນັ່ງຫຼາຍທີ່ສຸດ, ແຕ່ຜູ້ນໍາພັກ Labour, Chris Hipkins ປະຕິເສດທີ່ຈະຍອມຮັບຄວາມພ່າຍແພ້. ຊາວ New Zealand ຫຼາຍລ້ານຄົນ ໄດ້ລົງຄະແນນສຽງເລືອກຕັ້ງ, ຮວມເຖິງຫຼາຍພັນຄົນ ທີ່ອາສັຍຢູ່ຕ່າງປະເທດ, ຫຼາຍຄົນໃນອອສເຕຣເລັຍ.... ແລະບໍ່ວ່າພັກໃດກໍຕາມທີ່ຊນະອໍານາດ ແລະຈັດຕັ້ງຣັດຖະບານ - ຄວາມກົດດັນດ້ານຄ...

ການລົງມະຕິຖອດຖອນ Pete Hegseth. 12.11.2026

Donald Trump ກໍາລັງປ້ອງກັນຣັດຖະມົນຕີການປ້ອງກັນປະເທດຂອງລາວ Pete Hegseth, ໃນຂນະທີ່ສະມາຊິກສະພານິຕິບັນຍັດພັກ Republican ກຳລັງບັງຄັບໃຫ້ມີການລົງມະຕິຖອດຖອນ Pete Hegseth. Thomas Massie ກ່າວຫາ Hegseth ວ່າໄດ້ກະທໍາສົງຄາມກັບ Iran ຢ່າງຜິດກົດຫມາຍ ໂດຍບໍ່ໄດ້ຮັບອະນຸມັດຈາກສະພາ Congress ແລະຖືກກ່າວຫາວ່າ ໄດ້ໃຊ້ອໍານາດໃນທາງທີ່ຜິດ. ແຕ່ Hegseth ມີການສນັບສນູນ ຈາກພັກ Republican ຫຼາຍພໍ ທີ່ຈະ ຊນະຄໍາສັ່ງຖອດຖອນຕໍາແຫນ່ງຫຼືບໍ່? #...

ສລຸບຂ່າວປະຈຳອາທິດ 5 ພິຈິກ 2026 06.11.2026

ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ....... ໄຊຊນະທີ່ຍິ່ງໃຫຍ່ ສໍາລັບພັກ Democrats ໃນການເລືອກຕັ້ງກາງວາຣະຂອງສະຫະຣັດ. ...... ມີຜູ້ເສັຍຊີວິດ ຢ່າງນ້ອຍ 40 ຄົນ ຫຼັງຈາກການໂຈມຕີຂອງຣັສເຊຍ ຕໍ່ຈຸດແຈກຈ່າຍຄວາມຊ່ວຍເຫຼືອໃນ Ukraine. ແລະໃນຂ່າວກິລາ, ນັກເທນນິສໃນຕຳນານ Rafael Nadal ກັບຄືນມາສູ່ເດີ່ນອີກເທື່ອໜຶ່ງ.

ຂ່າວການຈະຣາຈົນໃນປະເທດ Germany. 05.11.2026

ການປະທ້ວງໃນ Germany ທີ່ຈັດຂຶ້ນໂດຍເຍົາວະຊົນ ແລະການເຄື່ອນໄຫວທີ່ເອີ້ນວ່າ Gen Z Takes Charge ໄດ້ກໍ່ໃຫ້ເກີດຄວາມຮຸນແຮງໃນຫຼາຍເມືອງ. ທາງການ German ກໍາລັງເຕືອນວ່າ ຈະມີການລົງໂທດຢ່າງຮຸນແຮງສຳລັບຜູ້ຮັບຜິດຊອບ ຕໍ່ການຈະຣາຈົນຄັ້ງນີ້. ຄວາມບໍ່ສງົບ ເກີດຂຶ້ນທ່າມກາງຄວາມບໍ່ພໍໃຈທີ່ເພີ່ມຂຶ້ນ ກ່ຽວກັບຄ່າຄອງຊີບ, ການສຶກສາ ແລະບໍຣິການສາທາຣະນະ. ໃນຂນະດຽວກັນ ທາງການ German ຍັງໄດ້ເພີ່ມຄວາມເຂັ້ມງວດ ໃນການຄວບຄຸມຊາຍແດນ ເນື່ອງຈາກມີຄວາມກັ...

Breast screening: What to expect and why it matters - ການກວດຄັດກອງເຕົ້ານົມ (Breast screening): ຄວນຄາດຫວັງຫຍັງ ແລະເປັນຫຍັງມັນຈຶ່ງສໍາຄັນ. 05.11.2026

Regular breast screening can help find breast cancer early, before you notice any signs or symptoms. Screening is free for eligible women or people at risk of breast cancer. It takes about 20 minutes, once every two years, and it’s an effective way to take charge of our health. Let’s take a closer look at why a breast screen is nothing to be anxious about. - ການກວດຄັດກອງເຕົ້ານົມເປັນປະຈໍາ ສາມາດຊ່ວຍ...

How people shape change, and why your voice matters | How Australia Works - ຜູ້ຄົນສາມາດປ່ຽນແປງຫຍັງໄດ້ແດ່? ແລະສຽງຂອງທ່ານມີຄວາມສຳຄັນຢ່າງໃດ? ອອສເຕຣເລັຍເຮັດວຽກແນວໃດ? 26.10.2026

Can a small group change a local council decision? When Julie learns her community library may close, she joins other residents in a campaign to save it. Her story explores how you can take part in Australian democracy by signing petitions, attending community meetings, contacting councillors and voting. - ກຸ່ມນ້ອຍໆ ກໍສາມາດປ່ຽນແປງການຕັດສິນ ຂອງສະພາທ້ອງຖິ່ນໄດ້ຫຼືບໍ່? ເມື່ອ Julie ຮູ້ວ່າຫ້ອງສມຸດຊຸມຊົນ...

How laws change, and why it takes time | How Australia Works - How laws change, and why it takes time | How Australia Works 19.10.2026

How do laws change in Australia? Through Rodney Croome’s campaigns for human rights and marriage equality, learn how personal stories, community action, courts and parliament can help change the law, and why the process can take time. - ກົດຫມາຍໃນ ປ່ຽນແປງແນວໃດ? ຜ່ານການຮ່ວມມືຂອງ Rodney Croome ສໍາລັບສິດທິມະນຸດ ແລະຄວາມເທົ່າທຽມໃນການແຕ່ງງານ, ຮຽນຮູ້ວ່າເລື່ອງລາວສ່ວນຕົວ, ການເຄື່ອນໄຫວຂອງຊຸມຊົນ, ສານ ແລະຣັດຖະ...

Why power is split, and how that protects you | How Australia Works - Why power is split, and how that protects you | How Australia Works 09.10.2026

After receiving a fine for not wearing his motorbike helmet correctly, Hugo decides to have the matter heard in court. His story explains how Parliament, government and the courts have different roles, and how some official decisions can be questioned. - ຫຼັງຈາກຖືກປັບໃໝ ເນື່ອງຈາກບໍ່ໃສ່ຫມວກຕອນຂີ່ຣົດຈັກຢ່າງຖືກຕ້ອງ, Hugo ຕັດສິນໃຈຈະນໍາເລື່ອງນີ້ໄປໃຫ້ສານພິຈາະນາ. ເລື່ອງຂອງລາວ ຊ່ວຍອະທິບາຍວ່າຣັດຖະສະພາ, ຣັດ...

ການປາບປາມຢາສູບຜິດກົດໝາຍໃນ ອອສເຕຣເລັຍ. 08.10.2026

ຜົນກະທົບຂອງການປາບປາມຢ່າງເຂັ້ມງວດ ຂອງ Queensland ຕໍ່ການຄ້າຢາສູບຜິດກົດຫມາຍ ໄດ້ກາຍເປັນສາເຫດ ຂອງການຖົກຖຽງທາງການເມືອງອີກຄັ້ງ ກ່ຽວກັບການຮຽກຮ້ອງ ໃຫ້ຫຼຸດພາສີຂອງຣັດຖະບານກາງ ໃນການຂາຍຢາສູບ. ຣັດຖະບານ New South Wales ກ່າວວ່າ ໄດ້ປິດຮ້ານຂາຍຢາສູບເກືອບ 500 ຮ້ານແລ້ວ, ແຕ່ແທນທີ່ຈະໃຊ້ຊັບພະຍາກອນຕໍາຫຼວດ, ພວກເຂົາກັບຕ້ອງການໃຫ້ຫຼຸດພາສີຢາສູບ ຂອງຣັດຖະບານກາງ. ມັນອ້າງວ່າ ພາສີສິນຄ້າຢາສູບສູງຫຼາຍ ຈົນຊຸກຍູ້ໃຫ້ຜູ້ຄົນປ່ຽນໄປຫາຢາສູບຜິ...

Foetal Alcohol Spectrum Disorder ແມ່ນຫຍັງ? 08.10.2026

ໂຣກສະເປັກຕຣັມເຫຼົ້າ ໃນເດັກໃນທ້ອງແມ່ (Foetal Alcohol Spectrum Disorder) ແມ່ນຄວາມພິການຕລອດຊີວິດ ທີ່ເກີດຈາກການສໍາຜັດເຫຼົ້າກ່ອນຄອດ, ແຕ່ເນື່ອງຈາກຜົນກະທົບຂອງມັນ ມັກຈະຖືກປິດບັງ, ມັນອາດຈະບໍ່ຖືກຮັບຮູ້ໄດ້ເວລາຫຼາຍປີ. ຄໍາແນະນໍາດ້ານສຸຂະພາບ ຂອງອອສເຕຣເລັຍ ແນະນໍາບໍ່ໃຫ້ດື່ມເຫຼົ້າ ໃນຊ່ວງຖືພາ ຫຼືໃນຂນະທີ່ວາງແຜນຖືພາ, ແຕ່ການເຮັດໃຫ້ຄົນຮູ້ສຶກພ້ອມທີ່ຈະເປີດເຜີຍການໃຊ້ເຫຼົ້າ ແລະຂໍຄວາມຊ່ວຍເຫຼືອ ກໍເປັນສ່ວນສໍາຄັນຂອງການປ້ອງກັນ ແ...

ສລຸບຂ່າວປະຈຳອາທິດ 081026 08.10.2026

ສລຸບຂ່າວ ປະຈຳອາທິດ ວັນທີ 8 ຕຸລາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ການລະລຶກທົ່ວໂລກກໍາລັງເກີດຂຶ້ນ ເພື່ອສເລີມສລອງ ວັນທີ 7 ຕຸລາ ** The Coalition ປະກາດການຫຼຸດການຍ້າຍຖິ່ນຖານ, ແຕ່ຜູ້ຊ່ຽວຊານເຕືອນເຖິງຜົນກະທົບທາງເສດຖະກິດ... ແລະໃນ ຂ່າວກິລາ... ** ຕໍານານບານເຕະ Lionel Messi ລົງເຕະນັດສຸດທ້າຍ ໃຫ້ Argentina.

ການທຸບມ້າງອາຄານທີ່ຢູ່ອາສັຍສາທາຣະນະໃນ Melbourne. 08.10.2026

ການຕໍ່ສູ້ທາງກົດຫມາຍກ່ຽວກັບແຜນການຂອງຣັດຖະບານ Victorianໃນການທຸບມ້າງອາຄານທີ່ຢູ່ອາສັຍສາທາຣະນະຈໍານວນຫຼາຍ ກໍາລັງໄປສູ່ສະພາສູງ. ຜູ້ອາສັຍກໍາລັງຕັ້ງຄຳຖາມ ກ່ຽວກັບການຕັດສິນໃຈນີ້, ເນື່ອງຈາກການພັດທະນາໃຫມ່ ກໍປະເຊີນກັບການກວດສອບໂດຍສະຫະປະຊາຊາດ. ການຕໍ່ສູ້ນີ້ໄດ້ໄປເຖິງສະຫະປະຊາຊາດ ແລະ ສານສູງຂອງ ອອສເຕຣເລັຍ (the High Court) ແຕ່ຣັດຖະບານ Victorian ຍັງບໍ່ປ່ຽນທ່າທີ່ ແລະຍັງຈະດຳເນີນຕໍ່ໄປ.

ຜົນກະທົບຂອງນະໂຍບາຍຍ້າຍຖິ່ນຖານໃໝ່ 01.10.2026

ຣັດຖະບານກາງກ່າວວ່າ ການປະຕິຮູບກົດຫມາຍການຍ້າຍຖິ່ນຖານ ທີ່ລໍຖ້າມາດົນຂອງພັກ Labor ແມ່ນຖືກອອກແບບ ເພື່ອຫຼຸດຈໍານວນຜູ້ຍ້າຍຖິ່ນຖານສຸດທິ, ບັນເທົາຄວາມກົດດັນຕໍ່ທີ່ຢູ່ອາສັຍ ແລະປິດສິ່ງທີ່ພວກເຂົາເອີ້ນວ່າ ເປັນປ່ອງຮົ່ວໃນລະບົບວີຊ່າ..... ແຕ່ມັນຈະເປັນຢ່າງໃດສໍາລັບກະສິກອນ, ນັກສຶກສາຕ່າງຊາດ ແລະ ແຮງງານຂ້າມຊາດ?

ສລຸບຂ່າວປະຈຳອາທິດ 01 ຕຸລາ 2026 01.10.2026

ສລຸບຂ່າວ ປະຈຳອາທິດ ວັນທີ 1 ຕຸລາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ຜູ້ໂດຍສານເລົ່າເຖິງຄວາມຢ້ານກົວ ແລະຄວາມວຸ່ນວາຍຫຼັງການປະທະວິວາດກັນໃນເຮືອບິນໄປອິສຣາເອລ ... ** ທະຫານອາເມຣິກາທັງຫມົດຖືກຖອນອອກຈາກ Iraq ... ແລະໃນ ຂ່າວກິລາ... ** Nathan Cleary ໄດ້ຮັບລາງວັນຫຼຽນ Dally M ຂອງ NRL...

ວ່າດ້ວຍ ເວລາໃນລະດູຮ້ອນ (Daylight Saving Time) 01.10.2026

ເຖິງເວລານັ້ນຂອງປີອີກແລ້ວ ທີ່ຢ່າງນ້ອຍບາງຄົນໃນອອສເຕຣເລັຍ ເຫັນໂມງຂອງພວກເຂົາປ່ຽນ. ແຕ່ເວລາໃນລະດູຮ້ອນ (Daylight Saving Time) ແມ່ນຫຍັງ ແລະເປັນຫຍັງເຮົາຈຶ່ງເຮັດແບບນັ້ນ? ການມີແສງທັມມະຊາດ ໄດ້ຖືກພິສູດແລ້ວວ່າ ມີປໂຍດຫຼາຍຕໍ່ສຸຂະພາບສ່ວນບຸກຄົນ ແລະສັງຄົມ, ແຕ່ຫຼາຍຄົນຮູ້ສຶກວ່າ ການປັບໂຕປະຈໍາປີນີ້.... ບໍ່ຈໍາເປັນ.

ການຈັບກຸມຊາວອອສເຕຣເລັຍ ຂໍ້ຫາກໍ່ການຮ້າຍ 01.10.2026

ຕໍາຫຼວດຫວຽດນາມໄດ້ຈັບກຸມຜູ້ຕ້ອງຫາ 3 ຄົນ ລວມທັງຊາວອອສເຕຣເລັຍ ໂດຍກ່າວຫາທຸກຄົນວ່າ ເປັນຜູ້ກໍ່ການຮ້າຍ. ກຸ່ມສິດທິມະນຸດ ແລະຄອບຄົວໃກ້ຊິດຂອງນັກເຄື່ອນໄຫວຊາວອອສເຕຣເລັຍ , Hiep Tran, ກ່າວວ່າລາວຖືກລັກພາໂຕ. ພວກເຂົາເອີ້ນມັນວ່າ ເປັນການປາບປາມຂ້າມຊາດ.

Who really runs Australia, and where you fit in | How Australia Works - ທ່ານຮູ້ບໍ່ວ່າ ໃຜ ແມ່ນຜູ້ປົກຄອງອອສເຕຣເລັຍແທ້? 28.09.2026

Do you know who can help you with a business permit, a rental problem or family support? Through the stories of Fedele, Carol and Abeer, learn how Australia’s three levels of government work. Find out what local, state or territory, and federal governments are responsible for and where to turn for help. - ທ່ານຮູ້ບໍ່ວ່າໃຜສາມາດຊ່ວຍທ່ານໃນເລື່ອງໃບອະນຸຍາດທຸຣະກິດ, ບັນຫາການເຊົ່າ ຫຼື ການສນັບສນູນຄອບຄົວ? ຜ່...

ປັນຫາລະຫວ່າງ Donald Trump ແລະສື່. 24.09.2026

ການຕັດສິນໃຈຂອງ Donald Trump ໃນການຕັດ CNN, MS NOW ແລະ Politico ອອກຈາກທໍານຽບຂາວ ກໍາລັງເຮັດໃຫ້ມີການຕັ້ງຄໍາຖາມໃຫມ່ກ່ຽວກັບເສຣີພາບຂອງສື່ ໃນສະຫະຣັດອາເມຣິກາ. ສື່ທັງສາມກໍາລັງຟ້ອງຣັດຖະບານ, ໃນຂນະທີ່ເຄືອຂ່າຍທີວີຂນາດໃຫຍ່ໄດ້ຮ່ວມມືສນັບສນູນພວກເຂົາ. ຄະດີນີ້ ອາດຈະຊ່ວຍກໍານົດວ່າປະທານາທິບໍດີ ສາມາດຈໍາກັດການເຂົ້າເຖິງ ຂອງສື່ມວນຊົນໄດ້ຫຼາຍພຽງໃດ.

Prostate cancer in Australia: Testing, treatment and support - ມະເຮັງຕ່ອມລູກໝາກ ໃນອອສເຕຣເລັຍ: ການທົດສອບ, ການຮັກສາ ແລະ ການສນັບສນູນ. 24.09.2026

About one in five Australian men will be diagnosed with prostate cancer in their lifetime. Understanding the prostate, your risk and the options for testing can help with early detection and treatment. In this episode of Australia Explained, learn about prostate cancer, PSA testing, treatment and support. - ປະມານຫນຶ່ງໃນຫ້າ ຂອງຜູ້ຊາຍອອສເຕຣເລັຍ ຈະຖືກວິນິດສັຍວ່າ ເປັນມະເຮັງຕ່ອມລູກໝາກ ໃນຊີວິດຂອງພວກເຂົາ...

Listen to the SBS Lao - SBS ພາ​ສາ​ລາວ podcast in Replaio

Radio and podcasts in one app - free, with no sign-up. Install today and do not miss the launch

Get it on Google Play

Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.