RFA
ທັນເຫດການ ເມືອງລາວ
ຟັງຂ່າວເຫດການ ທີ່ເກີດຂຶ້ນ ໃນສປປລາວ--ປະຊາຊົນເສັຽທີິ່ດິນ, ຂາດສິດທິມະນຸດ ຂັ້ນພື້ນຖານສາກົນ, ຂັດສົນບ່ອນທໍາມາຫາກິນ, ຊັພຍາກອນທັມມຊາດ ຖືກທຳລາຍ, ການໃຊ້ສານເຄມີ ເກີນຂອບເຂດ, ການສ້າງເຂື່ອນ, ອິດທິພົນຈີນເຂົ້າຄອບງໍາ, ການສໍ້ຣາສບັງຫຼວງ, ການຄ້າມະນຸດ, ຄ້າຢາເສພຕິດ ແລະອື່ນໆ.ວິທຍຸ ເອເຊັຽ ເສຣີ, ພາກພາສາລາວ, ກະຈາຍສຽງ ຊູ່ມື້--ພາກເຊົ້າ 1 ຊົ່ວໂມງ, ພາກແລງ 1 ຊົ່ວໂມງ. Hosted on Acast. See acast.com/privacy for more information.
Where to listen?
Podcasts in the app Replaio Radio Coming soonPodcasts are coming to the app soon. Install now and be the first to see a whole new take on podcasts
Episodes
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 07.02.2025 18:05
1. ບາງບໍລິສັດ ຂຸດຄົ້ນຖ່ານຫີນ ຂອງຈີນ ຢູ່ພາກໃຕ້ຂອງລາວ ຫຼຸດຄົນງານລົງຫຼາຍ. 2. ລາຄາມັນຕົ້ນ ຢູ່ແຂວງໄຊຍະບູລີ ຫຼຸດລົງ ຈາກ 5,000 ກີບ ມາເປັນ 2,000 ກີບຕໍ່ກິໂລ. 3. ດິນ ທີ່ທາງການລາວ ມອບໃຫ້ນັກລົງທຶນສໍາປະທານ 1 ລ້ານປາຍເຮັກຕາ, ແຕ່ໄດ້ຮັບການພັດທະນາ ບໍ່ເຖິງຮອດເຄິ່ງນຶ່ງ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 07.02.2025 17:33
1. ທາງການ ເມືອງວັງວຽງ ຍັງບໍ່ທັນເປີດເຜີຍຄວາມຄືບຫນ້າ ການສືບສວນ-ສອບສວນ ກໍລະນີ ນັກທ່ອງທ່ຽວ ເສຍຊີວິດ ຍ້ອນເຄື່ອງດື່ມທາດເຫລົ້າ. 2. ເຈົ້າໜ້າທີ່ທາງການລາວ ທໍາລາຍສວນຝິ່ນຂອງຊາວບ້ານ ທີ່ລັກປູກຢູ່ແຂວງບໍ່ແກ້ວ ແລະແຂວງຫົວພັນ. 3. ທາງການລາວ ຍັງຂາຍໄຟຟ້າໃຫ້ພະມ້າຕາມປົກກະຕິ ແລະ ຍັງບໍ່ມີການຂໍຊື້ໄຟຟ້າເພິ່ມຈາກພະມ້າ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 06.02.2025 18:02
1. ຄົນຂັບລົດແທັກຊີ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຖືກຂ້າຊິງຊັບ ເຮັດໃຫ້ທັງຄົນຂັບລົດ ແລະປະຊາຊົນຢ້ານກົວ, ລະວັງຂື້ນຕື່ມ. 2. ແມ່ຍິງລາວ ຢາກຫຼຸດພົ້ນຈາກຄວາມທຸກຍາກ ຈຶ່ງຕັດສິນໃຈ ເຂົ້າສູ່ຂະບວນການ ສິດ ເດັກຫຼອດແກ້ວ ສຳລັບຖືພາໃຫ້ຄົນຈີນ ເພື່ອແລກກັບຄ່າຈ້າງທີ່ສູງ. 3. ນະຄອນຫຼວງວຽງຈັນສັ່ງໃຫ້ເຝົ້າລະວັງ ການລະບາດຂອງພະຍາດທາງລະບົບຫາຍໃຈ ຊະນິດໄຂ້ຫວັດໃຫຍ່ ແລະປອດອັກເສບ. Hosted on Acast. See acast.com/privac...
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 05.02.2025 16:53
1. ທ່່ານໝໍ ແນະນໍາໃຫ້ຊາວລາວ ປ້ອງກັນໂຕເອງໃຫ້ປອດໄພ ຈາກຝຸ່ນ PM 2.5 ຫຼັງຈາກ ຝຸ່ນດັ່ງກ່າວ ມີລະດັບ ສົ່ງຜົນກະທົບຕໍ່ສຸຂະພາບ ໃນໄລຍະນີ້. 2. ໂຮງງານໂຟມຂອງຈີນ ຢູ່ນະຄອນຫຼວງວຽງຈັນ ຈູດຂີ້ເຫຍື້ອຂະໜາດໃຫຍ່, ເກີດແປວໄຟຂື້ນສູງ, ຄວັນປົກຄຸມໄປທົ່ວ. 3. ລັດວິສາຫະກິດໄຟຟ້າລາວ ແລະທາງການລາວ ຫາລື ປັບໂຄງສ້າງລາຄາໄຟຟ້າໃໝ່. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 03.02.2025 16:19
1. ຊາວບ້ານສະພັງຄະນົງ ນະຄອນຫຼວງວຽງຈັນ ເດືອດຮ້ອນ ຍ້ອນມີການຕັນທາງທຽວ ເພື່ອສ້າງສະຖານີສ້ອມແປງ ລົດໄຟລາວ-ຈີນ. 2. ຊາວບ້ານ ຢູ່ແຂວງຫົວພັນ ຮຽກຮ້ອງທາງການລາວ ລົງກວດກາ ໂຄງການຂຸດຄົ້ນແຮ່ທາດ ຫຼັງຈາກ ມີຂໍ້ ຂັດແຍ່ງທີ່ດິນ ມາດົນນານ. 3. ແຂວງວຽງຈັນ ມອບເງິນຊົດເຊີຍ ໃຫ້ປະຊາຊົນ ທີ່ເສຍດິນ ໃຫ້ໂຄງການສ້າງແຫຼ່ງທ່ອງທ່ຽວ ຢູ່ອ່າງນ້ຳງຶ່ມ ຄົບແລ້ວ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 31.01.2025 17:28
1. ສວນກ້ວຍຈີນ ຈົກດິນຕັນຫ້ວຍນ້ຳເທົາ ກະທົບຕໍ່ຊີວິດ ການເປັນຢູ່ຂອງຊາວບ້ານ ແລະ ຮຽກຮ້ອງໃຫ້ ທາງການລາວ ຊ່ວຍແກ້ໄຂບັນຫາ. 2. ລາວ ອາດຈະບໍ່ສາມາດ ຫຼຸດພົ້ນອອກຈາກ ການເປັນປະເທດດ້ອຍພັດທະນາໄດ້ ໃນປີ 2026. 3. ຄົນງານລາວ ຢູ່ໄທ ທີ່ມີ MOU ຕ້ອງກັບຄືນປະເທດລາວ ພາຍໃນ ວັນທີ 13 ກຸມພາ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 30.01.2025 19:17
1. ແຕ່ ເດືອນມິຖຸນາ 2024 ຫາເດືອນມັງກອນ 2025 ຕໍາຫຼວດໄທ ຈັບຄົນງານລາວທີ່ຜິດກົດໝາຍ 500 ປາຍຄົນ. 2 . ມີແມ່ຍິງລາວ ຈໍານວນເພີ່ມຂຶ້ນເລື້ອຍໆ ກາຍມາເປັນແມ່ອູ້ມບຸນ ໃຫ້ກັບພໍ່ແມ່ຊາວຈີນ. 3 . ປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ກັງວົນເລື່ອງສານເຄມີ ຈາກຮ້ານເກັບຊື້ໝໍ້ໄຟລົດເກົ່າ ຂອງຄົນຈີນ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 30.01.2025 17:21
1. ສະຖານທູດອິນເດຍ ຊ່ອຍເຍົາວະຊົນອິນເດຍ 67 ຄົນ ທີ່ເປັນເຫຍື່ອຄ້າມນຸດ ຢູ່ສູນ Scam ຂອງຈີນ ໃນເຂດເສດຖະກິດພິເສດ ສາມຫລ່ຽມຄໍາ, ແຂວງ ບໍ່ແກ້ວ. 2. ທາງການລາວ ກຽມຮັບມືກັບໄຟໄໝ້ປ່າໃນປີນີ້ ແຕ່ມີງົບປະມານໜ້ອຍ ໃນການຈັດຫາອຸປະກອນປ້ອງກັນ. 3. ການແກ້ໄຂຂໍ້ຂັດແຍ່ງ ເລື່ອງທີ່ດິນ ຢູ່ແຂວງອັດຕະປື ຍັງມີຄວາມທ້າທາຍ ແລະຫຍຸ້ງຍາກ ກະທົບຕໍ່ ປະຊາຊົນ ທີ່ດິນທຳການກະເສດ ບໍ່ພຽງພໍ. Hosted on Acast. See acast.com/privacy f...
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 28.01.2025 17:25
1. ຫຼາຍອົງການທີ່ ບໍ່ຂື້ນກັບລັດຖານໃນລາວ ແລະບາງອົງການຂອງລັດຖະບານ ໄດ້ຮັບຜົນກະທົບ ຈາກການ ລະງັບເງິນຊ່ວຍເຫຼືອ 90 ມື້ຂອງສະຫະຣັດ. 2. ຍັງມີການລັກລອບ ນໍາເອົາເບຍຈາກຫວຽດນາມ ເຂົ້າມາຂາຍ ພາຍໃນແຂວງສະຫວັນນະເຂດ ແບບຜິດກົດໝາຍ ໂດຍໃຫ້ສິນບົນ ແກ່ເຈົ້າໜ້າທີ່ ຢູ່ດ່ານສາກົນ ສະຫວັນ - ລາວບາວ. 3. ຊາວບ້ານຢູ່ແຂວງເຊກອງ ແລະອັດຕະປື ທີ່ໄດ້ຮັບຜົນກະທົບ ຈາກໂຄງການພະລັງງານ ລົມມອນຊູນ ໄດ້ຮັບຄ່າຊົດເຊີຍພຽງ 50%. Hosted on Acast....
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 27.01.2025 18:08
1 . ປີ 2024 ທາງການລາວ ຈັບຜູ້ຖືກກ່າວຫາຊາວລາວ, ຈີນ, ຫວຽດນາມ ໄດ້ທັງໝົດ 122 ຄົນ ຍ້ອນ ກໍ່ຄະດີຄ້າມະນຸດ ໃນຮູບແບບການຈ້າງຖືພາ, ແຕ່ງດອງ ແລະຕອບແຊັດ. 2 . ລົດເມ ນະຄອນຫຼວງວຽງຈັນ-ປາກເຊ ເສຍຫຼັກ ຕໍາຕົ້ນໄມ້, ເສຍຊີວິດຄາທີ່ 1 ຄົນ, ບາດເຈັບ 43 ຄົນ. ໃນນັ້ນ ຊາວຕ່າງປະເທດ 29 ຄົນ. 3 . ຊາວບ້ານ ຢູ່ເມືອງງອຍ ແຂວງຫຼວງພຣະບາງ ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນ ຄໍາຕົກຂ້ອນ ຢູ່ເທິງ ຫ້ວຍງື. Hosted...
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 24.01.2025 17:20
1. ລາຍຮັບ ຈາກການຂຸດຄົ້ນບໍ່ແຮ່ ຢູ່ລາວ ເມື່ອປີກາຍເພີ່ມຂື້ນ ຢ່າງຫຼວງຫຼາຍ. 2. ເຈົ້າໜ້າທີ່ຕໍາຫຼວດ ສະກັດກັ້ນ ແລະຊ່ອຍເຫຼືອ ເຫຍື່ອຄ້າມະນຸດ 3 ຄົນ ແລະຈັບນາຍໜ້າ ຄົນລາວ 2 ຄົນ ຢູ່ສະໜາມບິນສາກົນວັດໄຕ. 3. ພວກຂັບລົດແທັກຊີ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຂື້ນຄ່າໂດຍສານ ໂດຍບໍ່ໄດ້ປະກາດ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 23.01.2025 17:04
1. ຊາວບ້ານ ຫຼາຍພັນຄົນ ແຫ່ຂຸດຄົ້ນຄຳ ຢູ່ເມືອງໜອງແຮດ ແຂວງຊຽງຂວາງ ເພື່ອເອົາໄປຂາຍຫາເງິນລ້ຽງຊີບ. 2. ການຈູດຂີ້ເຫຍື້ອ ຢູ່ສູນບໍາບັດຂີ້ເຫຍື້ອ ທີ່ເມືອງຊະນະສົມບູນ ແຂວງຈໍາປາສັກ ສົ່ງຜົນກະທົບຕໍ່ຊາວບ້ານ ຮຸນແຮງ. 3. ເຈົ້າໜ້າທີ່ ສາທາລະນະສຸກ ເຕືອນ ຊາວໜຸ່ມລາວ ທີ່ມົ້ວສຸມ ນ້ຳກະທ້ອມ ຄອລາເຈນ ຢາສູບ ພ້ອມກັນ ສ່ຽງອັນຕະລາຍ ຂັ້ນຮຸນແຮງ ແລະ ເສຍຊີວິດ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 23.01.2025 17:33
1. ທາງການລາວ ໄດ້ສົ່ງໂຕຊາວຈີນ 41 ຄົນ ທີ່ຖືກຈັບ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ທາງການຈີນ. 2. ຫຼາຍແຂວງໃນລາວ ຍັງມີການຂຸດຄຳຕົກຂ້ອນ ເຖິງແມ່ນລັດຖະບານລາວ ສັ່ງໂຈະ ການຂຸດຄົ້ນ ແຮ່ຄຳຕົກຂ້ອນ ແລ້ວກໍຕາມ. 3. ຮອງປະທານບໍລິສັດ ຂຸດຄົ້ນແຮ່ທາດ ໃນແຂວງຫົວພັນ ຖືກຈັບ ຢູ່ສະໜາມຕີໄກ່ ບ້ານເດີຍ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 21.01.2025 17:07
1. ອັດຕາ ປະລະການຮຽນ ຢູ່ແຂວງຊຽງຂວາງ ເພີ່ມຂຶ້ນ ຍ້ອນບັນຫາເສດຖະກິດ ໃນຫຼາຍຄອບຄົວ. 2. ລັດຖະບານອາເມຣິກາ ຈະໃຫ້ທຶນຊ່ອຍເຫຼືອຜູ້ລອດຊີວິດ ຈາກການຖືກຄ້າມະນຸດ ຢູ່ແຂວງຫຼວງນໍ້າທາ. 3. ຊາວສວນມັນຕົ້ນ ເມືອງນານ ແຂວງຫຼວງພະບາງ ແຫ່ພາກັນໄປຂາຍມັນຕົ້ນ ໃຫ້ໂຮງງານຈີນ ເຖິງແມ່ນທາງໂຮງງານ ໃຫ້ລາຄາ ພຽງແຕ່ປະມານ 1,050 ກີບ ຕໍ່ກິໂລກຣາມ ກໍຕາມ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 17.01.2025 17:43
1 . ສະຖານະການ ດ້ານສິດທິມະນຸດ ໃນລາວ ລວມທັງ ປະເທດໃນຂົງເຂດ ເອເຊັຽຕາເວັນອອກ ສຽງໃຕ້ ຍັງບໍ່ດີຂຶ້ນ. 2. ຊາວບ້ານບໍ່ເຊື່ອວ່າ ດິນຍຸບ ຢູ່ເຂດເມືອງທ່າແຂກ ຊິບໍ່ກ່ຽວກັບ ການຂຸດຄົ້ນເກືອກາລີ. 3. ແມ່ຍິງລາວ ຄົນໜຶ່ງ ທີ່ຢູ່ໃນສູນຊ່ອຍເຫຼືອເຫຍື່ອຄ້າມະນຸດ ໃນປະເທດໄທ ຍັງລໍຖ້າ ການດໍາເນີນການເພື່ອສົ່ງກັບ ຈາກທາງລັດຖະບານລາວ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 16.01.2025 17:19
1. ປະຊາຊົນລັກປູກຝິ່ນເກືອບ 10 ເຮັກຕ້າ ຢູ່ ແຂວງຫລວງນໍ້າທາ. 2. ການກໍ່ສ້າງເສັ້ນທາງ ເລກທີ 13 ເໜືອ ຢູ່ຈຸດສາມແຍກສີໄຄ ມີຄວາມຊັກຊ້າຫຼາຍ ເຮັດໃຫ້ເກີດບັນຫາລົດຕິດໜັກ. 3. ຊາວລາວ ບໍ່ເຊື່ອວ່າ ລັດຖະບານຈະແກ້ໄຂບັນຫາເສດຖະກິດໄດ້. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 16.01.2025 19:02
1. ຫ້ອງການ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງວຽງໄຊ ແຂວງຫົວພັນ ສັ່ງໃຫ້ບໍລິສັດຫວຽດນາມ ຢຸດຕິ ຂຸດຄົ້ນແຮ່ເຫຼັກ ຊົ່ວຄາວ ຍ້ອນ ປ່ອຍນ້ຳລ້າງແຮ່ ລົງສູ່ສາຍນ້ຳຊ້າງ ແລະສາຍນ້ຳປູນ. 2. ອາກາດໜາວເຢັນແຮງ ສ້າງຄວາມເສຍຫາຍຫຼາຍ ໃຫ້ແກ່ຊາວສວນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ. 3. ຍັງມີເດັກຍິງ-ແມ່ຍິງລາວ ປະມານ 18 ຄົນ ລໍຖ້າການຊ່ວຍເຫຼືອ ຢູ່ປະເທດຈີນ ຫຼັງແຕ່ງດອງກັບຜົວຈີນ ແລ້ວຖືກກັກຂັງ ແລະຖືກທໍາຮ້າຍຮ່າງກາຍ. Host...
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 14.01.2025 15:39
1. ເກົາຫຼີໃຕ້ ຕ້ອງການຄົນງານລາວ ຈາກເມືອງໂພນໂຮງ ແຂວງວຽງຈັນ 200 ຄົນ. 2. ເຈົ້າໜ້າທີ່ ສາທາລະນະສຸກ ເຕືອນການດື່ມເຫຼົ້າແກ້ໜາວ ສ່ຽງຕໍ່ບັນຫາສຸຂະພາບ ຈົນເຖິງຂັ້ນເສຍຊີວິດ. 3. ຂະບວນການອອກໃບຕາດິນຊັກຊ້າ ເຮັດໃຫ້ດິນຂອງປະຊາຊົນ ຖືກໂຄງການຕ່າງໆ ກວມເອົາຫຼາຍ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 14.01.2025 18:08
1. ຊາວບ້ານ ໃນເມືອງວຽງໄຊ ແຂວງຫົວພັນ ຮຽກຮ້ອງໃຫ້ພາກສ່ວນທີ່ກ່່ຽວຂ້ອງ ກວດກາ ບໍລິສັດບໍ່ແຮ່ຫວຽດນາມ ທີ່ປ່ອຍນໍ້າເສຍ ລົງແມ່ນໍ້າສອງສາຍ. 2. ກະແສໄຟຟ້າ ທີ່ຖືກສົ່ງອອກຈາກລາວ ໄປຂາຍຕ່າງປະເທດເມື່ອປີກາຍ ມູນຄ່າ 980 ລ້ານໂດລາສະຫະລັດ. 3. ເກີດເຫດໄຟໄໝ້ ຕະຫຼາດຊັ່ງຈ່ຽງ ສູນການຄ້າໃຫຍ່ທີ່ສຸດ ໃນນະຄອນຫຼວງວຽງຈັນ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 11.01.2025 16:01
1. ສໍາພາດພິເສດ ສສ ໄທ ກ່ຽວກັບການຊ່ອຍເຫຼືອຊາວລາວ 19 ຄົນ ເຫຍື່ອການຄ້າມະນຸດ ໃນປະເທດມຽນມາ. 2. ຂໍ້ຂັດແຍ່ງທີ່ດິນ ລະຫວ່າງ ຊາວບ້ານຊຽງດາ ກັບ ບໍລິສັດນໍ້າທາ ຍັງບໍ່ຈົບ. 3. ນັບແຕ່ປີ 2022-2024 ລັດຖະບານລາວ ສາມາດກວາດລ້າງ ແກ້ງຄໍເຊັນເຕີ້ ຢູ່ສາມຫຼ່ຽມຄໍາ ໄດ້ 88%. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 10.01.2025 15:29
1. 290 ຄອບຄົວ ທີ່ເສັຍໃຫ້ທາງລົດໄຟ ຍັງບໍ່ໄດ້ຮັບຄ່າຊົດເຊີຍ. 2. ຂໍ້ຂັດແຍ່ງທີ່ດິນ ລະຫວ່າງ ຊາວບ້ານ ເມືອງວຽງໄຊ ແຂວງຫົວພັນ ກັບ ບໍລິສັດ ຂຸດຄົ້ນແຮ່ເຫຼັກ. 3. ຊາວບ້ານ ທີ່ຢູ່ແຄມນໍ້າເນີນ ແຂວງຫົວພັນ ເດືອດຮ້ອນ ຍ້ອນໂຄງການຂຸດຄໍາ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 09.01.2025 18:14
1. ຊາວສວນມັນຕົ້ນ ຈຳນວນໜຶ່ງ ຕ້ອງຢຸດປູກມັນຕົ້ນ ຍ້ອນລາຄາມັນຕົ້ນ ຕົກຕ່ຳ. 2. ເຈົ້າແຂວງອັດຕະປື ສັ່ງໂຈະໂຄງການປູກພືດແລະປູກຕົ້ນໄມ້ ທີ່ໄດ້ຮັບສໍາປະທານໄປແລ້ວ 33 ໂຄງການ. 3. ບັນຫາ ຈາກໂຄງການຂຸດຄົ້ນແຮ່ທາດ ຫຼາຍໂຄງການ ຍັງບໍ່ສາມາດແກ້ໄຂ ຢ່າງເປັນຮູບປະທຳ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 08.01.2025 16:41
1. ການບໍ່ຂື້ນເງິນເດືອນ ເຮັດໃຫ້ພະນັກງານ-ລັດຖະກອນລາວ ລາອອກຈາກການ ຫຼາຍຂື້ນນັບມື້. 2. ຜະແນກ ໂຍທາທິການ ແລະ ຂົນສົ່ງ ຫ້າມລົດຈອດ ຮັບ-ສົ່ງ ນັກທ່ອງທ່ຽວ ຢູ່ບໍລິເວນປະຕູໄຊ ເກີນ 3-5. 3. ໃນໄລຍະສະຫຼອງປີໃໝ່ສາກົນນີ້ ຢູ່ລາວມີອຸບັດຕິເຫດຕາມທ້ອງຖະໜົນ 170 ຄັ້ງແລະເສຍຊີວິດ 17 ຄົນ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 07.01.2025 18:23
1. ເກີດເຫດຊາວຈີນ 3 ຄົນ ພົກອາວຸດປືນ ບຸກເຂົ້າປຸ້ນຮ້ານຄໍາແຫ່ງໜຶ່ງ ຢູ່ເຂດຕະຫຼາດດາລາ ແຂວງຫຼວງພະບາງ. 2. ປີ 2024 ທີ່ຜ່ານມາ ຢູ່ປະເທດລາວ ມີຄະດີຢາເສບຕິດ ປະມານ 3,300 ກໍລະນີ. 3. ຊາວຈີນ 3 ຄົນ ພົກອາວຸດປືນ ບຸກເຂົ້າປຸ້ນຮ້ານຄໍາ ຢູ່ເຂດຕະຫຼາດດາລາ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 04.01.2025 16:34
1. ຄົນງານລາວ ຫຼາຍກວ່າ 73,000 ຄົນ ເຮັດວຽກຢູ່ປະເທດໄທ ແບບບໍ່ມີໜັງສືອະນຸຍາດ. 2. ສະຫຼຸບຂ່າວ ທີ່ວິທຍຸເອເຊັຽເສຣີ ເປັນແຫຼ່ງຂ່າວທໍາອິດ ທີ່ລາຍງານ ໃນປີ 2024. 3. ອຸບັດຕິເຫດຕາມທ້ອງຖະໜົນຢູ່ລາວ ເກີດຂື້ນຫຼາຍ ໃນໄລຍະບຸນປີໃໝ່ສາກົນ 2025 ນີ້. Hosted on Acast. See acast.com/privacy for more information.
Similar podcasts
Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.