VOA
ລາຍງານ - ສຽງອາເມຣິກາ ວີໂອເອ
ລາຍງານ
Where to listen?
Podcasts in the app Replaio Radio Coming soonPodcasts are coming to the app soon. Install now and be the first to see a whole new take on podcasts
Episodes
ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ຍັງສືບຕໍ່ຫລຸດລົງຢ່າງຕໍ່ເນື່ອງ - ກຸມພາ 07, 2025 07.02.2025 4:05
ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ຍັງສືບຕໍ່ຫລຸດລົງ ຍ້ອນການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ທັງເຮັດໃຫ້ມີງົບປະມານນຳໃຊ້ເພື່ອພັດທະນາປະເທດຢ່າງຈຳກັດ
ອຸດສາຫະກຳການຂຸດຄົ້ນແຮ່ທາດສ່ວນໃຫຍ່ ໄດ້ສົ່ງຜົນກະທົບທາງລົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຫລາຍຂຶ້ນນັບມື້ - ກຸມພາ 03, 2025 03.02.2025 3:26
ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ຖະແຫລງວ່າ ການດຳເນິນການກວດກາສໍາປະທານຂຸດຄົ້ນແຮ່ທາດ 1,205 ໂຄງການໃນທົ່ວປະເທດ ພົບວ່າ ໂຄງການສ່ວນໃຫຍ່ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຫຼາຍຂຶ້ນນັບມື້ ໂດຍສະເພາະຜົນກະທົບດ້ານສິ່ງແວດລ້ອມທໍາມະຊາດນັ້ນ ໄດ້ສ້າງຄວາມກັງວົນໃຈໃຫ້ກັບປະຊາຊົນຫຼາຍທີ່ສຸດໃນເວລານີ້
ພາສາອັງກິດໃນຂ່າວ Rehabilitate ມີຄວາມໝາຍວ່າ ຊ່ວຍປັບຕົວ ຫຼື ເຮັດໃຫ້ຊີວິດ ກັບຄືນສູ່ປົກກະຕິ - ກຸມພາ 01, 2025 01.02.2025 2:01
To rehabilitate ແມ່ນເພື່ອເຮັດໃຫ້ຜູ້ໃດຜູ້ນຶ່ງ ຫຼື ບາງສິ່ງບາງຢ່າງ ກັບຄືນສູ່ສະພາບທີ່ດີ ຫຼັງຈາກການບາດເຈັບ ຫຼືໄດ້ຮັບຄວາມເສຍຫາຍ
ເຂື່ອນໄຟຟ້ານ້ຳຕົກ 4 ແຫ່ງ ເທິງແນວແມ່ນ້ຳຂອງໃນລາວ ຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດ ແລະຊີວິດການເປັນຢູ່ - ມັງກອນ 31, 2025 31.01.2025 4:00
ເຈົ້າຫນ້າທີ່ຂັ້ນສູງໃນຄະນະກຳມະການສິດທິມະນຸດແຫ່ງຊາດໄທ ເປີດເຜີຍວ່າສາເຫດສຳຄັນທີ່ເຮັດໃຫ້ ຄະນະກໍາມະການສິດທິມະນຸດແຫ່ງຊາດໄທ ໄດ້ສົ່ງຈົດໝາຍໄປເຖິງນາຍົກລັດຖະມົນຕີໄທ ເພື່ອຂໍໃຫ້ສະແດງການຄັດຄ້ານຕໍ່ແຜນການກໍ່ສ້າງເຂື່ອນໄຟຟ້າ 4 ແຫ່ງເທິງແນວແມ່ນ້ຳຂອງໃນລາວ
ລາວຍັງສືບຕໍ່ປະເຊີນກັບບັນຫາການຂາດດຸນການຄ້າກັບຕ່າງປະເທດ - ມັງກອນ 29, 2025 29.01.2025 3:44
ລາວຍັງສືບຕໍ່ປະເຊີນກັບບັນຫາການຂາດດຸນການຄ້າກັບຕ່າງປະເທດໃນປີ 2024 ໃນຂະນະທີ່ການສົ່ງອອກໄຟຟ້າຫຼຸດລົງຫຼາຍກວ່າ 58% ເມື່ອທຽບໃສ່ປີ 2023 ຍ້ອນໄພແຫ້ງແລ້ງທີ່ເຮັດໃຫ້ເກີດການຂາດແຄນນ້ຳໃນການຜະລິດໄຟຟ້າ
ພາສາອັງກິດ ຄໍາສັບໃນຂ່າວ Sanctuary ແປວ່າ ສະຖານທີ່ສັກສິດ, ບ່ອນລີ້ໄພ ຫຼື ເຂດຫວງຫ້າມ - ມັງກອນ 25, 2025 25.01.2025 1:57
ໃນຕົວຢ່າງນີ້, sanctuary ເປັນສະຖານທີ່ທີ່ປອດໄພ ເຊິ່ງໃຫ້ການປົກປ້ອງຕໍ່ການຖືກເນລະເທດ
ຕຳຫຼວດລາວ ໄດ້ຈັບຄົນລາວ ແລະ ຊາວຕ່າງຊາດ 15,970 ຄົນ ທີ່ເປັນລູກຈ້າງ ແລະ ສະມາຊິກ ຂອງກຸ່ມແກັ່ງອາຊະຍາກຳ Call Center - ມັງກອນ 24, 2025 24.01.2025 3:58
ເຈົ້າໜ້າທີ່ປາບປາມອາຊະຍາກຳຂ້າມຊາດໃນລາວ ເປີດເຜີຍວ່າ ການຮ່ວມມືໃນການປາບປາມອາຊະຍາກຳທາງເທັກໂນໂລຈີ (Cyber Crime) ລະຫວ່າງລາວ-ຈີນ-ມຽນມາ ແລະໄທ ໃນໄລຍະ 2 ປີຜ່ານມາ ສາມາດຈັບກຸມ ແລະ ສົ່ງມອບຕົວຜູ້ຕ້ອງຫາສັນຊາດຈີນ 67,000 ກວ່າຄົນ ໃຫ້ກັບທາງການຕຳຫຼວດຈີນ
ຕຳຫຼວດລາວ ຈັບສະມາຊິກ 15,970 ຄົນ ຂອງກຸ່ມແກັ່ງອາດຊະຍາກຳຈີນ ໃນເຂດ ເສດຖະກິດພິເສດ - ມັງກອນ 22, 2025 22.01.2025 3:58
ທາງການຕຳຫລວດລາວ ໄດ້ຈັບຄົນລາວ ແລະ ຊາວຕ່າງຊາດ 15,970 ຄົນ ທີ່ເປັນລູກຈ້າງ ແລະ ສະມາຊິກ ຂອງກຸ່ມ ແກັ່ງ ອາຊະຍາກຳ Call Center ຂອງຈີນ ທີ່ລົງທຶນຍູ່ໃນເຂດເສຖກິດພິເສດສາມຫລ່ຽມຄຳໃນລາວ
ພາສາອັງກິດ ຄໍາສັບໃນຂ່າວ Retreat ແປວ່າ ຖອຍກັບ ຖອຍຫຼັງ ຫຼຸດໜ້ອຍລົງ - ມັງກອນ 18, 2025 18.01.2025 1:51
ໃນຕົວຢ່າງນີ້, retreat ແມ່ນການກະທໍາ ຫຼື ຂະບວນການຂອງການຖອຍຫ່າງຈາກບາງສິ່ງບາງຢ່າງ
ການພັດທະນາການສຶກສາໃນລາວ ໄດ້ຕົກຢູ່ໃນສະພາບການຖົດຖອຍ - ມັງກອນ 17, 2025 17.01.2025 3:50
ສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າ ວິກິດການທາງເສດຖະກິດ-ການເງິນ ເຮັດໃຫ້ການພັດທະນາການສຶກສາຂອງລາວ ໄດ້ຕົກຢູ່ໃນສະພາບການຖົດຖອຍ ທັງໃນປະລິມານ ແລະຄຸນນະພາບ
ລາວຈະເພີ່ມລາຍຮັບຈາກການຂຸດຄົ້ນແຮ່ທາດຕ່າງໆ ດ້ວຍການສ້າງແຜນທີ່ຂອງຊັບພະຍາກອນແຮ່ທາດຢູ່ໃນລາວ - ມັງກອນ 16, 2025 16.01.2025 3:41
ທ່ານໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ໄດ້ຖະແຫຼງກ່ຽວກັບ ແຜນຍຸດທະສາດການພັດທະນາອຸດສາຫະກຳຂຸດຄົ້ນແຮ່ທາດແຫ່ງຊາດລາວ ຈາກປັດຈຸບັນໄປເຖິງປີ 2030 ເມື່ອບໍ່ນານມານີ້ ວ່າ ເປົ້າໝາຍທີ່ສຳຄັນທີ່ສຸດຂອງລັດຖະບານລາວ ກໍຄືການສ້າງລາຍຮັບໃຫ້ໄດ້ເຖິງ 2.8 ຕື້ໂດລາ
ເປີດຫໍພິພິທະພັນທີ່ໃຫຍ່ທີ່ສຸດໃນປະເທດລາວ ທີ່ລວມເອົາຜົນງານສີລະປະຫຼາຍກວ່າ 30,000 ຜົນງານ ມາໄວ້ໃນບ່ອນດຽວ - ມັງກອນ 16, 2025 16.01.2025 5:21
ເມື່ອອາທິດແລ້ວນີ້ ຫໍພິພິທະພັນດ້ານສີລະປະທີ່ໃຫຍ່ທີ່ສຸດໃນລາວ ໄດ້ເປີດຂຶ້ນຢ່າງເປັນທາງການ ໂດຍຍິ່ງໃຫຍ່ ຊຶ່ງຊາວລາວພາຍໃນປະເທດ ແລະຊາວຕ່າງປະເທດທີ່ມາທ່ອງທ່ຽວ ຈະໄດ້ຊົມຜົນງານດ້ານສີລະປະຝີມືຂອງຊາວລາວ ຫຼາຍກວ່າສິບພັນຜົນງານ ຢູ່ໃນນະຄອນຫຼວງວຽງຈັນ
ເຍົາວະຊົນລາວ ຫຼາຍກວ່າ 73,000 ຄົນ ໄດ້ປະລະການຮຽນ ເພື່ອໄປເຮັດວຽກຢູ່ໄທ - ມັງກອນ 14, 2025 14.01.2025 3:43
ເຈົ້າໜ້າທີ່ຂັ້ນສູງເປີດເຜີຍວ່າ ຈົນເຖິງປັດຈຸບັນນີ້ ພົບວ່າ ມີນັກຮຽນ-ນັກສຶກສາໄດ້ປະລະການຮຽນໄປແລ້ວ ຫຼາຍກວ່າ 73,000 ຄົນ ຊຶ່ງເປັນຍ້ອນວິກິດການເສດຖະກິດ-ການເງິນທີ່ເຮັດໃຫ້ພໍ່ແມ່ຜູ້ປົກຄອງຂອງນັກຮຽນບໍ່ສາມາດສົ່ງເສຍ
ນັກລົງທຶນຕ່າງປະເທດຍັງເປັນຫ່ວງກ່ຽວກັບໜີ້ສິນສາທາລະນະຂອງລາວສູງເກີນໄປ - ມັງກອນ 13, 2025 13.01.2025 4:17
ບັນດານັກລົງທຶນຕ່າງປະເທດ ຍັງມີຄວາມກັງວົນໃຈກ່ຽວກັບລະດັບໜີ້ສິນສາທາລະນະຂອງລັດຖະບານລາວ ທີ່ສູງເກິນໄປ ຈຶ່ງຢ້ານວ່າ ລັຖບານລາວ ຈະມີລາຍໄດ້ບໍ່ພຽງພໍສຳລັບ ການຊໍາລະຄືນໜີ້ ໃນແຕ່ລະປີນັ້ນ
ພາສາອັງກິດ ຄໍາສັບໃນຂ່າວ Impede ແປວ່າ ຂັດຂວາງ - ມັງກອນ 13, 2025 13.01.2025 2:54
To impede ແມ່ນການເຮັດໃຫ້ບາງສິ່ງບາງຢ່າງ ຊັກຊ້າ ຫຼື ຂັດຂວາງຄວາມ ກ້າວຫນ້າ ຫຼືການເຄື່ອນໄຫວຂອງມັນ
ພາສາອັງກິດ ຄໍາສັບໃນຂ່າວ Touchdown ແປວ່າ ການຢຽບພື້ນ - ມັງກອນ 11, 2025 11.01.2025 2:54
ໃນຕົວຢ່າງນີ້ A touchdown ແມ່ນເວລາທີ່ເຮືອບິນ ຫຼື ຍານອາວະກາດ ລົງຢຽບພື້ນດິນ ໃນຕອນທ້າຍຂອງການບິນ
ໂຄງການເຂື່ອນຜະລິດໄຟຟ້າ ເທິງແນວແມ່ນໍ້າຂອງ ທັງໃນຈີນແລະລາວ ໄດ້ເຮັດໃຫ້ເກິດຜົນກະທົບຂ້າມພົມແດນ ຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນ - ມັງກອນ 10, 2025 10.01.2025 3:56
ເຈົ້າໜ້າທີ່ໃນສຳນັກງານສິດທິມະນຸດແຫ່ງຊາດໄທ ເປີດເຜີຍວ່າ ການສຶກສາວິໄຈໂດຍສໍານັກງານຊັບພະຍາກອນນໍ້າແຫ່ງຊາດໄທ ໃນຊ່ວງປີ 2014-2024 ພົບວ່າ ການກັກເກັບນໍ້າ ແລະການປ່ອຍນໍ້າ ໂດຍໂຄງການເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງ ທັງໃນ ຈີນແລະລາວ
ພາກບໍລິການຂອງລາວ ສ້າງລາຍຮັບຈາກການທ່ອງທ່ຽວໄດ້ຫຼາຍກວ່າ 1 ຕື້ໂດລາ ໃນຕະຫຼອດປີ 2024 - ມັງກອນ 08, 2025 08.01.2025 3:41
ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຖະແຫລງວ່າ ທຸລະກິດບໍລິການ ແລະ ທ່ອງທ່ຽວຄືພາກສ່ວນໜຶ່ງທີ່ມີບົດບາດຢ່າງສຳຄັນໃນການເຮັດໃຫ້ເສດຖະກິດລາວ ເຕີບໂຕເຖິງ 4.6% ໃນປີ 2024 ທຽບໃສ່ປີ 2023
ສະຖຽນລະພາບທາງເສດຖະກິດ-ການເງິນຂອງລາວ ຕ້ອງເພິ່ງພາແລະຂຶ້ນກັບສະພາວະທາງເສດຖະກິດໂດຍລວມຂອງຈີນ - ມັງກອນ 07, 2025 07.01.2025 4:09
ຜູ້ຊ່ຽວຊານດ້ານການຄ້າ ແລະການລົງທຶນໃນອາຊຽນ ໃຫ້ທັດສະນະວ່າ ສາເຫດທີ່ນັກລົງທຶນຕ່າງປະເທດ ຍັງບໍ່ສົນໃຈເຂົ້າມາລົງທຶນໃນລາວ ຍ້ອນວ່າ ບໍ່ເຊື່ອໝັ້ນໃນຄວາມໝັ້ນຄົງຫລືສະຖຽນລະພາບທາງການເງິນຂອງລາວ ທີ່ຍັງສືບຕໍ່ຂໍກູ້ຢືມເງິນຈາກຕ່າງປະເທດເປັນດ້ານຫລັກ
ລັດຖະບານລາວ ຈະຍົກເລີກສິດສໍາປະທານທີ່ດິນ 337 ໂຄງການ ທີ່ຍັງບໍ່ມີຄວາມຄືບໜ້າ ແລະບໍ່ໄດ້ປະຕິບັດຕາມສັນຍາ - ມັງກອນ 07, 2025 06.01.2025 4:05
ເຈົ້າໜ້າທີ່ຂັ້ນສູງໃນກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ເປີດເຜີຍວ່າ ຄະນະສະເພາະກິດຂອງກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ໄດ້ດຳເນີນມາດຕະການກວດກາສິດສຳປະທານທີ່ດິນ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ໃນປີ 2024 ທີ່ຜ່ານມາ
ພາສາອັງກິດ ຄໍາສັບໃນຂ່າວ Obstruction ໝາຍຄວາມວ່າ ການຂັດຂວາງ ການປິດລ້ອມ ຫຼື ອຸປະສັກ - ມັງກອນ 06, 2025 06.01.2025 2:53
An obstruction ແມ່ນການຂັດຂວາງຕ່າງໆທີ່ບໍ່ໃຫ້ສິ່ງອື່ນໆ ດໍາເນີນການໄປໄດ້
ພາສາອັງກິດຄໍາສັບໃນຂ່າວ Sham ມີຄວາມໝາຍວ່າ ປອມ ຫຼື ທໍາທ່າ ເຮັດຫຼອກລວງ - ມັງກອນ 04, 2025 04.01.2025 3:00
A sham ແມ່ນບາງສິ່ງບາງຢ່າງ ຫຼື ໃຜຜູ້ນຶ່ງ ທີ່ບໍ່ແມ່ນສິ່ງທີ່ປາກົດວ່າເປັນ ການຫຼອກລວງ
ເສດຖະກິດຂອງເຂດນະຄອນຫຼວງວຽງຈັນ ໃນປີ 2024 ຂະຫຍາຍຕົວ ໃນອັດຕາສະເລ່ຍ 5.7% ແຕ່ລາຍຮັບສະເລ່ຍຂອງປະຊາຊົນ ກັບຫຼຸດລົງ - ມັງກອນ 03, 2025 03.01.2025 4:11
ແຕ່ຢ່າງໃດກໍ່ຕາມ ລາຍຮັບສະເລ່ຍຂອງປະຊາຊົນໃນນະຄອນຫຼວງວຽງຈັນດັ່ງກ່າວນີ້ ກໍຖືວ່າເປັນອັດຕາທີ່ສູງທີ່ສຸດໃນລາວ ເນື່ອງຈາກວ່າ ລະດັບໃນການພັດທະນາເສດຖະກິດມີການແຕກຕ່າງກັນຫຼາຍ ເມື່ຶອທຽບໃສ່ແຂວງອື່ນໆ
ສະພາແຫ່ງຊາດລາວ ຈະຮັບຮອງເອົາລັດຖະທຳມະນູນ ສະບັບແກ້ໄຂໃໝ່ ໃນປີ 2025 - ທັນວາ 31, 2024 31.12.2024 3:56
ສະພາແຫ່ງຊາດລາວ ຈະຮັບຮອງເອົາລັດຖະທຳມະນູນສະບັບໃໝ່ ໃນປີ 2025 ເພື່ອເສີມສ້າງສະຖຽນລະພາບທາງການເມືອງໃຫ້ແຂງແກ່ນ ແຕ່ປະຊາຊົນຢາກໃຫ້ມີການ ຈັດຕັ້ງປະຕິບັດຕາມກົດໝາຍຢ່າງແທ້ຈິງ
Similar podcasts
Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.