fr

RFA

ເມືອງລາວໃນອາທິດນີ້

ເມືອງລາວໃນອາທິດນີ້ ເປັນລາຍການໃໝ່ ທີ່ນຳສະເໜີ ເລື່ອງທີ່ເກີດຂຶ້ນ ພາຍໃນນຶ່ງອາທິດເຊິ່ງທາງທີມງານ ວິທຍຸເອເຊັຽເສຣີ ນຳມາສົນທະນາ ອະທິບາຍ ສາຍເຫດທີ່ເກີດຂຶ້ນ ແລະ ທາງວິທຍຸເອເຊັຽເສຣີ ໄດ້ຂໍ້ມູນເລື່ອງທີ່ເກີດຂຶ້ນນັ້ນ ມາແນວໃດ. ເປັນລາຍການ ທີ່ສະຫຼຸບເຫດການ ທີ່ສຳຄັນໆ ເພື່ອໃຫ້ຜູ້ຟັງເຂົ້າໃຈງ່າຍ ດ້ວຍພາສາສະໄໝໃໝ່ ແລະຜູ້ຟັງສາມາດເຂົ້າໄປຟັງຈາກ ພັອດແຄດ (Podcast) ໄດ້ຕະຫລອດເວລາ. Hosted on Acast. See acast.com/privacy for more information.

N'hésitez pas à visiter le site du podcast et à soutenir son créateur : www.rfa.org

Auteur

RFA

Catégorie

News

Site du podcast

www.rfa.org

Dernier épisode

18 mars 2025

Où écouter ?

Les podcasts dans l'appli Replaio Radio Bientôt disponible

Les podcasts arrivent très bientôt dans l'appli. Installe-la dès maintenant et découvre en avant-première une toute nouvelle façon de vivre les podcasts

Télécharger sur Google Play Installe-la gratuitement Android près de 10 M de téléchargements · note de 4,8 iOS bientôt

Épisodes

This Week in Laos Ep.40 Part2 04.04.2024

ການສໍາພາດ ພາກ 2 ທ່ານ ນາງ ແຈ໊ກກີ້ ຊັນຍົງ (Jacquelyn Chagnon) ເວົ້າວ່າສານພິດ ຝົນເຫຼືອງ ໄດ້ສ້າງບັນຫາຢ່າງໜັກໜ່ວງ ໃນເຂດແຂວງຂອງ ປະເທດລາວ ທີ່ໃກ້ຄຽງ ຕາມເສັ້ນທາງໂຮ່ຈີມິນ ພາຍຫຼັງສົງຄາມ ແລະ ການຄົ້ນຫາເພື່ອກໍາຈັດ ສານພິດຝົນເຫຼືອງ ແມ່ນຕ້ອງໃຊ້ເງິນທຶນມະຫາສານ. Hosted on Acast. See acast.com/privacy for more information.

This Week in Laos Ep.40 Part1 28.03.2024

ມີປະຊາຊົນປະມານ 500 ຄົນ ໄດ້ຮັບຜົນກະທົບ ຈາກ ສານພິດຝົນເຫຼືອງ ທີ່ໃຊ້ເມື່ອປາງສົງຄາມ ຕາມເສັ້ນທາງ ໂຮ່ຈີມິນ ໂດຍສະເພາະ ຢູ່ແຂວງພາກໃຕ້.ເຊີນທ່ານ ມາຟັງການສຳພາດ ທ່ານ ນາງ ແຈກກີ້ ຊັນຍົງ ອາສາສະໝັກ ທີ່ ປຶກສາອາວຸໂສ ຈາກ ໂຄງການ ຄວາມຫວັງຫຼັງສົງຄາມ War Legacies Project in Laos. Hosted on Acast. See acast.com/privacy for more information.

This Week in Laos Ep.39 21.03.2024

1. ບັນຫານໍ້າເສຍ ໄຫຼລົງສູ່ແມ່ນໍ້າ ນັບມື້ຖີ່ຂຶ້ນ ຍ້ອນໂຮງງານຕ່າງໆ ສ່ວນຫຼາຍ ແມ່ນຕັ້ງຢູ່ໃກ້ ສາຍນໍ້າລໍາທານ ແລະ ຂາດຄວາມຮັບຜິດຊອບ ຕໍ່ທໍາມະຊາດ/ສະພາບແວດລ້ອມ.2. ພະຍາດສັດ ລະບາດສູ່ຄົນ ຢູ່ແຂວງຈໍາປາສັກ ເຈົ້າໜ້າທີ່ ລະບາດວິທະຍາ ໄດ້ລົງກວດກາ ເພື່ອປ້ອງກັນ ສະກັດກັ້ນ. Hosted on Acast. See acast.com/privacy for more information.

This Week in Laos Ep.38 14.03.2024

- ປະຊາຊົນ ເມືອງຊໍາເໜືອ ແຂວງຫົວພັນ ຮ້ອງທຸກ ເຖິງນາຍົກລັດຖະມົນຕີ ແລະ ສະພາແຫ່ງຊາດ ຍ້ອນໄດ້ຮັບຜົນກະທົບ ຈາກ ການຂຸດຄົ້ນແຮ່ຫາຍາກ.- ກາຊິໂນ ຂອງຈີນ ຢູ່ ເມືອງເມຍວະດີ ປະເທດມຽນມາ ບໍ່ຍອມຮັບຄ່າໄຖ່ ຈາກ ພໍ່ແມ່ ຂອງເດັກນ້ອຍລາວ ຈໍານວນ 16 ຄົນ ແລ້ວບັງຄັບໃຫ້ພາກັນ ຫາເງິນໃຫ້ໄດ້ 40 ລ້ານບາດ ຈຶ່ງຈະປ່ອຍກັບບ້ານ. Hosted on Acast. See acast.com/privacy for more information.

This Week in Laos Ep.37 07.03.2024

ສໍາພາດ “ຊິກກອຍ” ຜູ້ມີທັກສະ ໃນການຕໍ່ສູ້ປ້ອງກັນຕົວ ຈົນກາຍເປັນ ສະຕັ້ນແມນ (Stuntman) ທັງເປັນນັກສະແດງໜັງບູ້ ຂອງລາວ (Action Movies) ແລະ ຍັງມີທີມງານ ຮ່ວມນໍາອີກ ໃນ Lao Action Star Production Stunts. Hosted on Acast. See acast.com/privacy for more information.

This Week in Laos Ep.36 29.02.2024

ເປັນຫຍັງ ເອເຊຍເສລີ ຈຶ່ງປ່ຽນພາສາລາວເກົ່າ ມາເປັນ ພາສາລາວໃໝ່ ຂໍເຊີນທ່ານຮັບຟັງຄໍາຊີ້ແຈງ ຈາກ ທ່ານ ນາງ ມິນ ມິດເຊວ ຫົວໜ້າບັນນາທິການໃຫຍ່ ວິທະຍຸເອເຊຍເສລີ ເຖິງເຫດຜົນການປ່ຽນມາໃຊ້ພາສາລາວໃໝ່ ໃນພະແນກພາລາວ ແລະ ເຂົ້າສູ່ການສໍາພາດ ອາຈານ ແສງຟ້າ ວ່າເປັນຫຍັງພາສາລາວ ເປັນພາສາທີ່ມີໂຕງໂຕຍ ຟັງແລ້ວອອນຊອນ. Hosted on Acast. See acast.com/privacy for more information.

This Week in Laos Ep.35 22.02.2024

ຊາວບ້ານ ຢູ່ ເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນກິ່ນເໝັນຢ່າງແຮງ ຈາກ ໂຮງງານຜະລິດແປ້ງມັນຕົ້ນ ຂອງ ບໍລິສັດຫວຽດນາມ ຈົນຊາວບ້ານຫຼາຍຄອບຄົວ ຕ້ອງໄດ້ຍ້າຍອອກໄປຢູ່ບ່ອນໃໝ່. Hosted on Acast. See acast.com/privacy for more information.

This Week in Laos Ep.34 15.02.2024

ການສ້າງເຂື່ອນໃສ່ແມ່ນໍ້າຂອງ ທີ່ໄດ້ຍົກຍ້າຍປະຊາຊົນຫຼາຍພັນ ຄອບຄົວ ເຊິ່ງເຮັດໃຫ້ຊີວິດການເປັນຢູ່ ຕ້ອງພົບກັບຄວາມຫຍຸ້ງຍາກ. Hosted on Acast. See acast.com/privacy for more information.

This Week in Laos Ep.33 08.02.2024

ສາດສະດາຈານ ມາຍຟອງ ມາຍຊາຍ ອະທິບາຍ ກ່ຽວກັບ ວິໄສທັດ ທາງການແພດ ໃນ ສປປ ລາວ ແລະ ວ່າເປັນຫຍັງ ທ່ານ ຈຶ່ງບາກບັ່ນຕັ້ງໃຈ ຮຽນແພດ. Hosted on Acast. See acast.com/privacy for more information.

This Week in Laos Ep.32 01.02.2024

ສິດທິມະນຸດສາກົນ ຮຽກຮ້ອງ ໃຫ້ປ່ອຍຊາວບ້ານ 6 ຄົນ ທີ່ຖືກຈັບ ຍ້ອນປະທ້ວງເລື່ອງທີ່ດິນ. ຄວາມຄືບໜ້າ/ເບື້ອງຫຼັງ ການປະທ້ວງເລື່ອງທີ່ດິນ ຢູ່ ແຂວງຊຽງຂວາງ ຈົນປະຊາຊົນ 6 ຄົນ ຖືກຈັບ.ເຫດການ 2 ກໍລະນີ ການລັກພາໂຕເດັກນ້ອຍ ແລະ ເດັກນ້ອຍໜີອອກຈາກບ້ານ ຢູ່ນະຄອນຫລວງວຽງຈັນ. Hosted on Acast. See acast.com/privacy for more information.

This Week in Laos Ep.31 25.01.2024

ສໍາພາດ ທ້າວ ສີວັນ ສີບຸນເຮືອງ ຜູ້ທີ່ບໍ່ຍອມທໍ້ ຕໍ່ໂຊກຊະຕາ ເມື່ອຊີວິດຕ້ອງພິກຜັນ ຕົກຕໍ່າສຸດ ຍ້ອນອຸບັດຕິເຫດ ໄຟຟ້າຊ໊ອດ ເມື່ອປີ 2012 ຈົນເຮັດໃຫ້ເສຍແຂນທັງສອງຂ້າງ ແຕ່ລາວ ກໍຕັ້ງໝັ້ນສູ້ຊົນ ມາດ້ວຍຄວາມຍາກລໍາບາກ ຈົນກາຍເປັນນັກແຕ້ມ ມີຜົນງານໄປສະແດງ ສູ່ສາຍຕາຂອງຊາວໂລກ ທີ່ປະເທດ ມາເລເຊຍ. Hosted on Acast. See acast.com/privacy for more information.

This Week in Laos Ep.30 18.01.2024

ເປັນຫຍັງຮູບປັ້ນເຈົ້າອານຸວົງ ຈຶ່ງຊີ້ມືໄປທາງເບື້ອງແມ່ນໍ້າຂອງ? ແລະ ບັນພະບຸລຸດລາວ ມາຈາກພູເຂົາອັນໄຕ ແທ້ ຫຼືບໍ່. ນັກປະຫວັດສາດລາວ ຈະໄຂຂໍ້ຂ້ອງໃຈໃນເລື່ອງນີ້. Hosted on Acast. See acast.com/privacy for more information.

This Week in Laos Ep.29 11.01.2024

ສາດສະດາຈານ ອຽນແບຣ໌ ອະທິບາຍເຖິງເຫດຜົນ ວ່າເປັນຫຍັງຈຶ່ງຕ້ອງເກັບຮັກສາເອກະສານ ແລະ ຈົດໝາຍເຫດຕ່າງໆ ທີ່ເປັນພາສາລາວ ກ່ຽວກັບຄົນລາວອົບພະຍົບ ມາຕັ້ງຖິ່ນຖານ ຢູ່ສະຫະລັດ ອະເມລິກາ. Hosted on Acast. See acast.com/privacy for more information.

This Week in Laos Ep.28 04.01.2024

ສໍາພາດ ທ້າວ ວັນນານ້ອຍ ເຈົ້າຂອງລາງວັນ ຄູຝຶກດີເດັ່ນທາງດ້ານສື່ Digital ໃນລະດັບອາຊ້ຽນ. Hosted on Acast. See acast.com/privacy for more information.

This Week in Laos Ep.27 28.12.2023

ເປັນຫຍັງໄວໜຸ່ມ ຖຽງກັບພໍ່-ແມ່ ແລະ ເຊື່ອໝູ່ຫຼາຍກວ່າພໍ່ແມ່! ເຈົ້າຂອງເພຈ ໄວໜຸ່ມ ສຸຂະພາບຈະເລີນພັນ ມີຄໍາຕອບ. ສໍາພາດ ທ້າວ ວັນນານ້ອຍ ນິຍົມສິນ ເຈົ້າຂອງເພຈໄວໜຸ່ມ ສຸຂະພາບຈະເລີນພັນ. Hosted on Acast. See acast.com/privacy for more information.

This Week in Laos Ep.26 21.12.2023

ສໍາພາດ ແມ່ຄ້ານ້ອຍ ແຊນດີ້ ຂາຍເຄື່ອງອອນລາຍ ຫຼາກຫຼາຍສິນຄ້າ ທີ່ມີຊື່ເພຈ ວ່າ “ຮ້ານແມ່ຄ້ານ້ອຍ ຮ້ອຍລີລາ” ອາຍຸ ຍັງນ້ອຍ ຍັງຮຽນ ມີພອນສະຫວັນ ຄວາມຄິດກວ້າງໄກ ຕັ້ງໃຈຊ່ອຍພໍ່ແມ່ ສ້າງຖານະຄອບຄົວ. Hosted on Acast. See acast.com/privacy for more information.

This Week In Laos Ep.25 14.12.2023

ສໍາພາດ ທ້າວ ປາດຖະໜາ ຮ້ອຍໝື່ນ ກ່ຽວກັບ ຜົນໄດ້/ຜົນເສັຍ ຂອງ ສື່ ດິຈິຕ້ອນ ຫຼື ສື່ສັງຄົມອອນລາຍ ຕ່າງໆ ເຊິ່ງ ລາວກໍເປັນນັກປະດິດຄິດສ້າງ (Diginovator) ທີ່ມີຄວາມຕັ້ງໃຈ ຢາກເສີມສ້າງທັກສະ ໃນດ້ານດິຈິຕ້ອນ ໃຫ້ກັບຊາວລາວ. ທ້າວ ປາດຖະໜາ ໄດ້ຮັບລາງວັນ The Outstanding ASEAN Youth Advisory Group Member ທີ່ ບາຫຼີ ປະເທດ ອິນໂດເນເຊຍ. Hosted on Acast. See acast.com/privacy for more information.

This Week in Laos Ep.24 07.12.2023

ສໍາພາດ ເຈົ້າຂອງເພຈ “ພາສຸກ ພາສຸກ” ທີ່ສ້າງສັນ ສຽງຫົວ ແລະ ຮອຍຍິ້ມ ໃຫ້ກັບຊາວລາວ ຫຼາຍລ້ານຄົນ ດ້ວຍການເຮັດຄລິບກາຕູນ ຕະຫຼົກເຮຮາ ທີ່ມີເນື້ອຫາສາລະ ຂໍ້ຄິດ ແລະ ຄະຕິເຕືອນໃຈ. Hosted on Acast. See acast.com/privacy for more information.

This Week in Laos Ep.23 30.11.2023

ສໍາພາດ ພະອາຈານ ໄພວັນ ມາລາວົງ ຜູ້ທີ່ ຂຽນ-ຮຽບຮຽງປຶ້ມ 70-80 ຫົວ ແລະ ທ່ານ ຍັງໄດ້ຮັບລາງວັນ S.E Write ໃນປີ 2019 ໃນຖານະເປັນ ນັກຂຽນວັນນະກໍາ ດີເດັ່ນ ຂອງ ອາຊ້ຽນ. Hosted on Acast. See acast.com/privacy for more information.

This Week in Laos Ep.22 16.11.2023

ສໍາພາດ ເຈົ້າຂອງຟາມປູກຜັກ ລັກກີ້ ເຊິ່ງ ເພິ່ນເຄີຍເຮັດວຽກ ຢູ່ສາຍການບິນມາກ່ອນ ແລະ ຕໍ່ມາ ກໍໄດ້ຫັນມາເຮັດທຸລະກິດ ຟາມປູກຜັກ ຊື່ວ່າ ລັກກີ້ຟາມ ປັບໄປຕາມສະພາບການ ເສດຖະກິດໃນປັດຈຸບັນ. Hosted on Acast. See acast.com/privacy for more information.

This Week in Laos Ep.21 09.11.2023

ສໍາພາດ ນາງ ສຸກສະຫວັນ ມະນີວົງໄຊ ສິນລະປິນ ນັກແຕ້ມຮູບ ທີ່ໄດ້ຮັບລາງວັນຫຼຽນຄໍາ ອັນດັບທີ 1 ຂອງໂລກ ຈາກ ໂຄງການປະກວດແຕ້ມຮູບ “ລົດໂຕໂຢຕ້າ ໃນຝັນຂອງຂ້ອຍ ຫຼື (Toyota dream Car Art contest) ເມື່ອປີ 2018. Hosted on Acast. See acast.com/privacy for more information.

Écoute le podcast ເມືອງລາວໃນອາທິດນີ້ sur Replaio

La radio et les podcasts dans une seule appli - gratuite, sans inscription. Installe-la dès aujourd'hui et ne rate pas le lancement

Télécharger sur Google Play

Replaio n'est pas éditeur de podcasts ; les noms des émissions, les visuels et l'audio appartiennent à leurs auteurs et sont diffusés via des flux RSS publics