SBS

SBS Lao - SBS ພາ​ສາ​ລາວ

News LO ↓ 769 Folgen

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Besuch unbedingt die Website des Podcasts und unterstütze die Macher: www.sbs.com.au

Autor

SBS

Kategorie

News

Podcast-Website

www.sbs.com.au

Neueste Folge

26. Okt 2026

Wo hören?

Podcasts in der App Replaio Radio Bald verfügbar

Podcasts kommen bald in die App. Installiere sie jetzt und erlebe als Erster einen ganz neuen Blick auf Podcasts

Bei Google Play herunterladen Kostenlos installieren Android fast 10 Mio. Downloads · Bewertung 4,8 iOS bald

Folgen

What are my rights if stopped by police in Australia? - ສິດທິຂອງຂ້ອຍແມ່ນຫຍັງ ຖ້າຖືກຕໍາຫຼວດສັ່ງໃຫ້ຢຸດ ໃນອອສເຕຣເລັຍ? 03.09.2026

Police officers have a range of operational powers they can exercise under legislation, including to ask questions, give ‘move on’ directions and conduct searches. Here’s what you need to know about your basic rights and obligations in a police interaction. - ເຈົ້າໜ້າທີ່ຕໍາຫຼວດ ມີອໍານາດໃນການດໍາເນີນງານຫຼາຍຢ່າງ ທີ່ສາມາດໃຊ້ໄດ້ຕາມກົດຫມາຍ, ຮວມເຖິງການຖາມຄໍາຖາມ, ໃຫ້ຄໍາສັ່ງ 'ໄປຕໍ່ (Move on) ' ແລະດໍາເນີນກາ...

ສລຸບຂ່າວປະຈຳອາທິດ 03 ກັນຍາ 2026 03.09.2026

ສລຸບຂ່າວປະຈຳອາທິດ 03 ກັນຍາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ມີຄວາມກັງວົນຢ່າງຫນັກ ສໍາລັບຜູ້ສູນຫາຍຫຼາຍສິບຄົນ ໃນເຂດ ຖ້ວມ ເນປານ-ທິເບດ... ** ຕາມລາຍງານຂອງສະຫະປະຊາຊາດ ຊຶ່ງຄາດການວ່າ ອຸນຫະພູມໂລກຈະສູງກວ່າ 1.8 ອົງສາໃນອີກບໍ່ເທົ່າໃດປີຂ້າງໜ້າ... ແລະໃນຂ່າວກິລາ......... ຕໍານານບານເຕະ Lionel Messi ອໍາລາການແຂ່ງຂັນລະດັບສາກົນ...

ລາຍງານຈາກ ເນປານ ວັນທີ 1 ກັນຍາ 2026 03.09.2026

ຄວາມພະຍາຍາມ ໃນການກູ້ພັຍ ແລະການຟື້ນຟູ ຍັງຄົງດໍາເນີນຕໍ່ໄປໃນ Nepal, ເຊິ່ງມີຄູຄົນຫນຶ່ງ ໄດ້ຮັບການສັນລະເສີນ ສໍາລັບການຕັດສິນໃຈຢ່າງວ່ອງໄວ ທີ່ຊ່ວຍຊີວິດນັກຮຽນຫຼາຍຮ້ອຍຄົນ. ເມື່ອຈໍານວນຜູ້ເສັຍຊີວິດ ແລະລາຍຊື່ຄົນທີ່ສູນຫາຍ ໃນພື້ນທີ່ນ້ຳຖ້ວມເພີ່ມຂຶ້ນ, ການຄົ້ນຫາຜູ້ລອດຊີວິດ ຍິ່ງທະວີມີຄວາມໝົດຫວັງຫຼາຍຂຶ້ນ. ຣັດຖະບານອອສເຕຣເລັຍ ໃຫ້ການສນັບສນູນດ້ານມະນຸດສະທັມ ມູນຄ່າ 8 ລ້ານໂດລາໃຫ້ Nepal, ຮວມທັງອຸປະກອນທີ່ສົ່ງໂດຍ ADF. ສະຫະປະຊາຊ...

ເກີດແຜ່ນດິນໄຫວໃນປະເທດ Colombia. 13.08.2026

ແຜ່ນດິນໄຫວຂນາດ 7.4 ໃນປະເທດ Colombia ໄດ້ເຮັດໃຫ້ ມີຢ່າງ ໜ້ອຍ 111 ຄົນເສັຍຊີວິດ, ແລະອາຄານ 1,600 ຫຼັງ ໄດ້ຮັບຄວາມເສັຍຫາຍ ຫຼືພັງທະລາຍ ໃນຫຼາຍເມືອງທົ່ວພາກຕະເວັນຕົກຂອງປະເທດ Colombia, ລວມທັງ Pereira, Quibdo, Cali ແລະ Manizales. ແຜ່ນດິນໄຫວນີ້ ຮູ້ສຶກໄດ້ຢ່າງແຮງໃນນະຄອນຫຼວງ ແລະໄປຮອດປະເທດເພື່ອນບ້ານ Ecuador ແລະ Panama ທີ່ມີລາຍງານຄວາມເສັຍຫາຍພຽງເລັກນ້ອຍ. ຫຼາຍປະເທດກຳລັງກຽມພ້ອມທີ່ຈະສົ່ງທີມມາຊ່ອຍເຫຼືອ ແມ່ນແຕ່ Venezuela...

ບົດບາດຂອງອອສເຕຣເລັຍ ຕໍ່ໄຟໄໝ້ປ່າໃນ ຢູໂຣບ. 13.08.2026

ໄຟໄຫມ້ ກໍາລັງແພ່ລາມໄປທົ່ວຢູໂຣບ ແລະອາເມຣິກາເຫນືອ ແລະສົ່ງຜົນກະທົບທີ່ຮ້າຍແຮງ. ໃນຂນະທີ່ Greece ຍັງຄົງເປັນພື້ນທີ່ໄຟໄຫມ້ ທີ່ເຄື່ອນທີ່ໄວທີ່ສຸດໃນຢູໂຣບ, ປະເທດ France ໄດ້ຄວບຄຸມໄຟປ່າທີ່ໃຫຍ່ທີ່ສຸດ ໃນຮອບຫຼາຍສິບປີ, ແລະໃນຣັດ Washington, ໄຟໄດ້ທໍາລາຍບ້ານເຮືອນ ແລະທຸຣະກິດຫຼາຍຮ້ອຍແຫ່ງ. ອອສເຕຣເລັຍ ກໍາລັງໃຫ້ຢືມທີມງານ ແລະອຸປະກອນສະເພາະ ເພື່ອຊ່ວຍໃນການພະຍາຍາມນີ້, ໂດຍສົ່ງເຮລິໂຄບເຕີ Chinook, ເຮືອບິນລາດຕະເວນ ແລະບຸກຄະລາກອນຊ່ຽວ...

ສລຸບຂ່າວປະຈຳອາທິດ 130826 13.08.2026

ສລຸບຂ່າວປະຈຳອາທິດ 060826

ການປະຊຸມສຸດຍອດພູມິພາກ ASEAN 13.08.2026

ການປະຊຸມສຸດຍອດພູມິພາກ ASEAN ກໍາລັງຈະສິ້ນສຸດລົງທີ່ Manila,ຊຶ່ງອອສເຕຣເລັຍ ໄດ້ຍົກປະເດັນກ່ຽວກັບການປະຕິບັດການທາງທະຫານຂອງຈີນ ໃນພູມິພາກນີ້. ຄວາມເຄັ່ງຕຶງໃນທະເລຈີນໃຕ້ ແລະການທົດສອບຂີປະນາວຸດໃນ Pacific ໄດ້ຖືກປະນາມຈາກອອສເຕຣເລັຍ ຊຶ່ງກ່າວວ່າ ຄວາມໝັ້ນຄົງໃນພູມິພາກ ຂຶ້ນຢູ່ກັບຄວາມສົມດຸນ ຂອງອໍານາດ.

ການສໍາຫຼວດສຳມະໂນປະຊາກອນ. 07.08.2026

ທຸກໆ 5 ປີ, ສໍານັກງານສະຖິຕິອອສເຕຣເລັຍ (the Australian Bureau of Statistics - ABS) ຈະນັບທຸກຄົນ ແລະທຸກຄົວເຮືອນໃນປະເທດ ຊຶ່ງເປັນສ່ວນຫນຶ່ງ ຂອງການສໍາຫຼວດສຳມະໂນປະຊາກອນ. ພາບລວມທີ່ຄົບຖ້ວນ ຂອງອອສເຕຣເລັຍນີ້ ຄອບຄຸມທຸກຄົນໃນປະເທດ ພ້ອມທັງນັກທ່ອງທ່ຽວ, ນັກສຶກສາຕ່າງຊາດ ແລະຜູ້ຖືວີຊາຊົ່ວຄາວ. ປີນີ້, ການສໍາຫຼວດສຳມະໂນປະຊາກອນ ຈະມີຂຶ້ນໃນວັນອັງຄານ, ວັນທີ 11 ເດືອນສິງຫາ. ກ່ອນຄືນສໍາຫຼວດສຳມະໂນປະຊາກອນ, SBS ຈະຕອບຄໍາຖາມສໍາຄັນກ່ຽວກ...

ສະຖານະການໃນຕາເວັນອອກກາງ 310726. 06.08.2026

ປະທານາທິບໍດີສະຫະຣັດ Donald Trump ກ່າວວ່າ "ຄນະກັມມະການສັນຕິພາບ" ໃຫມ່ ໄດ້ບັນລຸຂໍ້ຕົກລົງ ທີ່ລາວເອີ້ນວ່າ ເປັນຂໍ້ຕົກລົງຄັ້ງ ປວັດສາດ ໃນການປົດອາວຸດຂອງ Hamas ແລະກຸ່ມຕິດອາວຸດອື່ນໆ ໃນ Gaza. ໃນຂໍ້ຄວາມໃນ Truth Social, ລາວກ່າວວ່າ ອາວຸດຈະຖືກສົ່ງມອບ ໃນຂັ້ນຕອນຕ່າງໆ ພາຍໃຕ້ການຄວບຄຸມຂອງນາໆຊາດ, ດ້ວຍກອງກໍາລັງອິສຣາເອລ ທີ່ຖອນອອກເທື່ຶອລະຂັ້ນ ເມື່ອແຕ່ລະຂັ້ນຕອນສໍາເຣັດ.

ນາຍົກຣັດຖະມົນຕີຄົນໃໝ່ຂອງຣັດ Victoria. 06.08.2026

Jacinta Allan ໄດ້ລາອອກຈາກຕໍາແຫນ່ງ ນາຍົກຣັດຖະມົນຕີຣັດ Victoria ແລະໄດ້ຖືກແທນທີ່ ໂດຍຮອງນາຍົກຣັດຖະມົນຕີຂອງນາງ, Ben Carroll, ຜູ້ທີ່ໄດ້ເຂົ້າຮັບຕຳແໜ່ງ ໃນບ່າຍວັນອັງຄານ ທີ່ທຳນຽບ ຣັດຖະບານ ໂດຍທີ່ ຣັດຖະມົນຕີການຂົນສົ່ງ Gabrielle Williams ຈະດໍາລົງຕໍາແຫນ່ງຮອງຣັດຖະມົນຕີ ກ່ອນການເລືອກຕັ້ງຣັດ ໃນເດືອນພະຈິກ. ໃນຖານະນາຍົກຣັດຖະມົນຕີ Mr Carroll ສະແດງໃຫ້ເຫັນ ການຈໍາກັດການໃຊ້ຈ່າຍ ຂອງຣັດຖະບານ ແລະວິທີການທີ່ເຂັ້ມງວດຂຶ້ນ ໃນການຈັ...

ສລຸບຂ່າວປະຈຳອາທິດ 060826 06.08.2026

ສລຸບຂ່າວປະຈຳອາທິດ 060826

ການປ່ຽນຜ່ານດ້ານພະລັງງານ. 31.07.2026

ເຂດ Hunter ຂອງ New South Wales ມີຄວາມກ່ຽວພັນ ກັບການຂຸດຖ່ານຫີນ ແລະການຜລິດພະລັງງານ ເປັນເວລາດົນນານ. ເມື່ອການປ່ຽນແປງ ໄປສູ່ພະລັງງານໃຫມ່ ກໍາລັງເພີ່ມຂຶ້ນ, ຜູ້ມີສ່ວນຮ່ວມສໍາຄັນ ກໍພະຍາຍາມໃຫ້ແນ່ໃຈວ່າ ມີວຽກເຮັດພຽງພໍ ສໍາລັບຄົນງານທີ່ຈະຖືກຍົກຍ້າຍ. ແຕ່ສຳລັບຜູ້ທີ່ເຮັດວຽກກ່ຽວກັບຖ່ານຫີນ ແລະເຄີຍໄດ້ຮັບຄ່າຈ້າງດີ ຈະເຮັດແນວໃດກັບອະນາຄົດຂອງເຂົາເຈົ້າ?

ສລຸບຂ່າວປະຈຳອາທິດ 300726 31.07.2026

ສລຸບຂ່າວປະຈຳອາທິດ 30 ກໍລະກົດ 2026.

ຂໍ້ຕົກລົງນິວເຄລັຍລະຫວ່າງອາເມຣິກາ ກັບ Saudi Arabia. 31.07.2026

ສະຫະຣັດອາເມຣິກາ ໄດ້ລົງນາມໃນຂໍ້ຕົກລົງ ນິວເຄລັຍພົນລະເຮືອນ (Civilian Nuclear Agreement) ທີ່ສໍາຄັນກັບ Saudi Arabia, ຊຶ່ງເຮັດໃຫ້ບໍຣິສັດອາເມຣິກັນ ສາມາດຊ່ວຍສ້າງອຸດສາຫະກັມນິວເຄລັຍ ຂອງປະເທດໄດ້. Washington ກ່າວວ່າ ຂໍ້ຕົກລົງນີ້ ຊ່ອຍເສີມສ້າງ ຄວາມສໍາພັນກັບ Riyadh ແລະເປັນໄປຕາມມາດຕະຖານສູງສຸດ ຂອງຄວາມປອດພັຍນິວ ເຄລັຍ. ແຕ່ຜູ້ວິຈານກັງວົນວ່າ ມັນອາດຈະເພີ່ມຄວາມສ່ຽງ ໃນການແພ່ຂຍາຍອາວຸດນິວເຄລັຍ ເນື່ອງຈາກສະຫະຣັດ ແລະອີຣານ ຍັງ...

ເຫດການແຜ່ນດິນໄຫວຮ້າຍແຮງ ໃນປະເທດຍີ່ປຸ່ນ. 31.07.2026

ເຫດການແຜ່ນດິນໄຫວຮ້າຍແຮງ ໃນປະເທດຍີ່ປຸ່ນ ຊຶ່ງມີຈຸດສູນກາງ (The Epicentre) ຢູ່ໃນແຂວງ Kumamoto, ຊຶ່ງມີຄວາມເລິກປະມານ 10 ກິໂລແມັດ, ແລະເຮັດໃຫ້ເກີດການສັ່ນສະເທືອນຢ່າງຮຸນແຮງ ທົ່ວເກາະ Kyushu ທີ່ສົ່ງຜົນກະທົບ ໄປຫາແຂວງໃກ້ຄຽງຄື Nagasaki, Kagoshima, Fukuoka, Saga ແລະ Miyazaki. ຍັງມີການສັ່ນສະເທືອນຫຼັງແຜ່ນດິນໄຫວ (Aftershocks) ຫຼາຍຄັ້ງ-ຮວມເຖິງຄັ້ງຫນຶ່ງ ທີ່ມີຄວາມຮຸນແຮງຂນາດ 6.1. ຣັດຖະບານເຕືອນຜູ້ຄົນໃຫ້ສັກສາຕົວເອງຈາກອັນຕ...

ຜົນກະທົບຂອງໄຟໄໝ້ປ່າໃນ Canada. 23.07.2026

ໄຟປ່າຫລາຍຮ້ອຍຈຸດໃນ Canada ໄດ້ກໍ່ໃຫ້ເກີດລະດັບຄຸນນະພາບອາກາດ ທີ່ອັນຕະຣາຍທົ່ວປະເທດ ແລະສ່ວນໃຫຍ່ ຂອງສະຫະຣັດອາເມຣິກາ. ຄຸນນະພາບອາກາດ ໄດ້ຫລຸດລົງສູ່ລະດັບອັນຕະຣາຍ ໃນພາກຕ່າງໆຂອງອາເມຣິກາເຫນືອ, ໃນຂນະທີ່ເຈົ້າຫນ້າທີ່ ແລະຜູ້ຊ່ຽວຊານດ້ານສຸຂະພາບ ຊຸກຍູ້ຜູ້ອາສັຍ ໃຫ້ຫລີກເວັ້ນຈາກການອອກນອກເຮືອນ.

ຜູ້ສັງເກດການ ການປະມົງໃນເຂດເກາະປາຊີຟິກ. 23.07.2026

ອີງຕາມເຈົ້າຫນ້າທີ່ການປະມົງໃນປາຊີຟິກ, ການລະເມີດທີ່ຍາກທີ່ສຸດປະການຫນຶ່ງ ເມື່ອເວົ້າເຖິງ ການປະມົງຫລາຍເກີນໄປ (Overfishing) ແມ່ນຄວາມສາມາດ ທີ່ຈະກວດສອບການຈັບປາ-ແລະຮັບຮອງການປະຕິບັດ ຕາມໃບອະນຸຍາດການປະມົງ. ໃນຄວາມພະຍາຍາມ ທີ່ຈະຕໍ່ສູ້ກັບເລື່ອງນີ້-ຜູ້ສັງເກດການ ການປະມົງປະຈຳການ ຢູ່ໃນເຮືອປະມົງການຄ້າຫລາຍລໍາເພື່ອເຝົ້າເບິ່ງ-ແຕ່ມັນຍັງຖືກຖືວ່າ ເປັນວຽກງານທີ່ອັນຕະຣາຍທີ່ສຸດໃນໂລກ.

ການກວດເລືອດທີ່ອາດຊ່ວຍລະບຸ ຄວາມສ່ຽງຕໍ່ Alzheimer 23.07.2026

ອີງຕາມອົງການອະນາມັຍໂລກ (the World Health Organisation), ຫລາຍກວ່າ 57 ລ້ານຄົນ ອາສັຍຢູ່ກັບພາວະຄວາມຈໍາເສື່ອມທົ່ວໂລກ ແລະເກືອບ 10 ລ້ານຄົນ ໄດ້ຖືກວິນິດສັຍວ່າ ເປັນໂຣກນີ້ທຸກປີ. ການກວດເລືອດໃຫມ່ ອາດສາມາດບອກລ່ວງຫນ້າ ເຖິງການເລີ່ມຕົ້ນອາການຂອງ Alzheimer ໄດ້ລ່ວງຫນ້າຫລາຍປີ. ການທົດສອບ ຊຶ່ງທ່ານຫມໍກ່າວວ່າ ອາດເປັນໂຕປ່ຽນເກມ, ໂດຍຊອກຫາສິ່ງທີ່ທ່ານຫມໍເອີ້ນວ່າ p-tau217 ແລະສາມາດເຕືອນເຂົາເຈົ້າ ເຖິງໂຣກນີ້ ຫ້າເຖິງສິບປີ ກ່ອນຄົນທີ...

ສລຸບຂ່າວປະຈຳອາທິດ 240726 23.07.2026

ສລຸບຂ່າວປະຈຳອາທິດ 240726

ສລຸບ ໃນມື້ທີ 36 ຂອງ FIFA World Cup 2026 17.07.2026

?ລຸບຂ່າວປະຈຳວັນຂອງ FIFA World Cup 2026™

ສລຸບຂ່າວປະຈຳອາທິດ 16 ມີຖຸນາ 2026 17.07.2026

ສລຸບຂ່າວທົ່ວໂລກປະຈຳອາທິດ ພ້ອມດ້ວຍຂ່າວອື່ນໆ

ການປະມົງປາ Tuna ປາຊີຟິກຢ່າງຜິດກົດໝາຍ. 16.07.2026

ການປະມົງປາ Tuna ຢ່າງດຽວມີມູນຄ່າ 1.5 ພັນລ້ານໂດລາສະຫະຣັດສຳລັບປະເທດໃນໝູ່ເກາະປາຊິຟິກ. ຄວາມອຸດົມສົມບູນຂອງມັນ ໄດ້ເຮັດໃຫ້ມັນຕົກເປັນເປົ້າຫມາຍຂອງກິດຈະກັມການປະມົງທີ່ຜິດກົດຫມາຍ, ບໍ່ມີການລາຍງານ ຫລືບໍ່ມີການຄວບຄຸມ, ຊຶ່ງສ່ວນໃຫຍ່ແລ້ວ ໂດຍຜູ້ປະກອບການທາງການຄ້າ. ແຕ່ການຈັບປາຫຼາຍເກີນໄປຢ່າງບໍ່ມີການຄວບຄຸມ ພ້ອມທັງການຈັບປາຢ່າງຜິດກົດໝາຍ ເຮັດໃຫ້ມີຄວາມພະຍາຍາມໃນການກຳຈັດໃນເລື້ອງນີ້ ໂດຍ ໄດ້ຮັບການຮ່ວມມື ຈາກຫຼາຍປະເທດຊຶ່ງຮວວມທັງ ອອ...

ຄວາມເຄັ່ງຕຶງລະຫວ່າງອີຣານ ແລະອາເມຣິກາ. 16.07.2026

ມີການແລກປ່ຽນ ການໂຈມຕີກັນອີກ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ, ເຮັດໃຫ້ຂໍ້ຕົກລົງຢຸດຍິງ ທີ່ມີອາຍຸສາມອາທິດ ຕົກຢູ່ໃນຄວາມເຄັ່ງຄັດອີກເທື່ອໜຶ່ງ. ການໂຈມຕີເທື່ອສຸດທ້າຍ ມີຂຶ້ນໃນທ້າຍພິທີລຳລຶກ ຂອງ Ayatollah Ali Khamenei ຜູ້ນໍາສູງສຸດ ທີ່ຖືກຂ້າຕາຍໃນການໂຈມຕີເທື່ອທໍາອິດ ໂດຍສະຫະຣັດອາເມຣິກາ. ຜູ້ນຳທົ່ວຢູໂຣບກໍຊຸກຍູ້ໃຫ້ມີການຍຸດຕິສົງຄາມ ເພາະມັນໄດ້ສ້າງຄວາມກະທົບໄປທົ່ວໂລກ.

ສລຸບເຕະບານໂລກ 100726 10.07.2026

ປະເທດຝຣັ່ງ ໄດ້ຜ່ານເຂົ້າໄປຮອບຮອງຊນະເລີດ ໃນການແຂ່ງຂັນເຕະບານໂລກ ຫລັງຈາກເອົາຊນະ Morocco 2 ປະຕູຕໍ່ 0. Kylian Mbappé ຍິງໄດ້ 8 ປະຕູເທົ່າກັບ Lionel Messi, ໃນຂນະທີ່ Ousmane Dembélé ຍິງປະຕູທີສອງ ຂອງໄຊຊນະ.

ການປະເມີນ ກ່ຽວກັບປັນຍາປະດິດ 09.07.2026

ຄນະກັມມະການ ວິທະຍາສາດ ຂອງສະຫະປະຊາຊາດ ໄດ້ເປີດເຜີຍການປະເມີນທົ່ວໂລກ ເທື່ອທໍາອິດ ກ່ຽວກັບປັນຍາປະດິດ (Artificial Intelligence). ລາຍງານພົບວ່າ ປັນຍາປະດິດ (Artificial Intelligence) ກໍາລັງກ້າວຫນ້າໄວກວ່າ ທີ່ຣັດຖະບານ ແລະຜູ້ຄວບຄຸມ ຈະສາມາດຕິດຕາມທັນໄດ້. ເທັກໂນໂລຈີ ກໍ່ໃຫ້ເກີດຄວາມສ່ຽງຫລາຍຂຶ້ນ- ຮວມເຖິງພັຍຄຸກຄາມທາງອິນເຕີເນັດ, ການບິດເບືອນຂໍ້ມູນ ແລະອາດສ້າງຄວາມເສັຍຫາຍທີ່ຮ້າຍແຮງ.

Höre den Podcast SBS Lao - SBS ພາ​ສາ​ລາວ in Replaio

Radio und Podcasts in einer App - kostenlos und ohne Anmeldung. Installiere sie noch heute und verpasse den Start nicht

Bei Google Play herunterladen

Replaio ist kein Herausgeber von Podcasts; die Namen der Sendungen, Cover und Audioinhalte gehören ihren Autoren und werden über öffentliche RSS-Feeds verbreitet