RFA

ທັນເຫດການ ເມືອງລາວ

News LO ↓ 173 Folgen

ຟັງ​ຂ່າວເຫດການ ທີ່ເກີດຂຶ້ນ ໃນສປປລາວ--ປະ​ຊາ​ຊົນເສັຽ​ທີິ່​ດິນ, ຂາດ​ສິດ​ທິ​ມະນຸດ ຂັ້ນພື້ນຖານສາກົນ, ​ຂັດສົນ​ບ່ອນທໍາມາ​​ຫາ​ກິນ, ຊັ​ພ​ຍາ​ກອນທັມ​ມ​ຊາດ ຖືກ​ທຳ​ລາຍ, ການ​ໃຊ້​ສານ​ເຄ​ມີ ເກີນຂອບເຂດ, ການ​ສ້າງ​ເຂື່ອນ, ອິດ​ທິ​ພົນຈີນເຂົ້າຄອບງໍາ, ການ​ສໍ້​ຣາ​ສ​ບັງ​ຫຼວງ, ການ​ຄ້າ​ມະ​ນຸດ, ຄ້າຢາເສພຕິດ ແລະອື່ນໆ.ວິທຍຸ ເອເຊັຽ ເສຣີ, ພາກພາສາລາວ, ກະ​ຈາຍ​ສຽງ ຊູ່ມື້--ພາກເຊົ້າ 1 ຊົ່ວໂມງ, ພາກແລງ 1 ຊົ່ວໂມງ. Hosted on Acast. See acast.com/privacy for more information.

Besuch unbedingt die Website des Podcasts und unterstütze die Macher: www.rfa.org

Autor

RFA

Kategorie

News

Podcast-Website

www.rfa.org

Neueste Folge

23. Okt 2026

Wo hören?

Podcasts in der App Replaio Radio Bald verfügbar

Podcasts kommen bald in die App. Installiere sie jetzt und erlebe als Erster einen ganz neuen Blick auf Podcasts

Bei Google Play herunterladen Kostenlos installieren Android fast 10 Mio. Downloads · Bewertung 4,8 iOS bald

Folgen

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 10.10.2024

1. ບັນຫາສວນກ້ວຍຈີນ ບາງແຫ່ງ ບໍ່ຈ່າຍຄ່າຈ້າງໃຫ້ຄົນງານລາວ. 2. ສປປ ລາວ ເປີດກອງປະຊຸມ ສຸດຍອດຜູ້ນໍາອາຊຽນ ຄັ້ງທີ 44 ແລະ 45 ຢ່າງເປັນທາງການ. 3. ສາລະຄະດີ: ຍັງພົບເຫັນ ການລັກລອບລ່າສັດປ່າ ຢູ່ອຸທິຍານແຫ່ງຊາດ ນ້ຳເອດ ພູເລີຍ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 08.10.2024

1. ສປປລາວ ພ້ອມຈະໃຫ້ຄວາມຮ່ວມມືຮັກສາສັນຕິພາບ ຄວາມໝັ້ນຄົງເພື່ອສ້າງເສດຖະກິດພາກພື້ນ.2. ຊາວລາວຈຳນວນນຶ່ງ ຄາດຫວັງໃຫ້ຜົນສະທ້ອນຈາກກອງປະຊຸມ ສຸດຍອດອາຊຽນ ແກ້ໄຂບັນຫາເງິນເຟິ້.3. ສາລະຄະດີ: ຫຼາຍແຂວງໃນປະເທດລາວ ຍັງຂາດເຂີນຄູຢ່າງໜັກ ຍ້ອນຄູແລະຄູອາສາສະໝັກຫຼາຍຄົນ ລາອອກ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 07.10.2024

1. ບາງໂຄງການ ຢູ່ເຂດພັດທະນາເສດຖະກິດໃໝ່ ສີທັນດອນ ບໍ່ຈ່າຍເງິນຄ່າຊົດເຊີຍໃຫ້ຊາວບ້ານ.2. ກະຊວງປ້ອງກັນປະເທດຕັ້ງຄະນະສອບສວນຫາສາເຫດຍົນສູ້ຮົບ YAK-130 ຕົກ.3. ສາລະຄະດີ: ທາງການນະຄອນຫຼວງວຽງຈັນ ສັ່ງປິດຮ້ານຊື້-ຂາຍໂລຫະພາຍໃນເຂດນະຄອນຫຼວງ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 04.10.2024

1. ເກີດເຫດຍົນສູ້ຮົບ YAK-130 ຕົກນັກບີນ 2 ຄົນເສັຍຊີວິດ.2. ການຊ່ອຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຂອງທາງການລາວ ຍັງເປັນໄປຢ່າງຊັກຊ້າ ຍ້ອນມີອຸປະສັກຫຼາຍຢ່າງ.3. ສາລະຄະດີ: ປະຊາຊົນຫຼາຍຄົນຢູ່ແຂວງສາລະວັນ ກັງວົນຢ້ານບໍ່ມີທີ່ດິນທຳມາຫາກິນ ເພາະວ່າທາງການ ຈະໃຫ້ສຳປະທານທີ່ດິນແກ່ນັກລົງທຶນຫຼາຍຂື້ນ Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 03.10.2024

1. ADB ຄາດຄະເນ ເສດຖະກິດລາວ ເຕີມໂຕ 4 ເປີເຊັນ ໃນປີ 2024.2. ແຂວງສະຫວັນນະເຂດ ຂາດເຂີນແພດໝໍ ໃນເຂດຊົນນະບົດ.3. ສາລະຄະດີ: ແຂວງເຊກອງ ແລະ ແຂວງກອນຕູມ ຂອງຫວຽດນາມ ຮ່ວມມື ຄຸ້ມຄອງປ່າໄມ້ ແລະສັດປ່າ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 02.10.2024

1. ແຂວງເຊກອງ ມີແຜນຈະໂຍກຍ້າຍຊາວບ້ານ 5 ບ້ານ ໃຫ້ການພັດທະນາໂຄງການ ເຂື່ອນໄຟຟ້າ 2 ແຫ່ງ. 2. ໂຮງຮຽນຫຼາຍແຫ່ງ ຢູ່ສະຫວັນນະເຂດ ຖືກຍຸບລວມກັນ ຍ້ອນຂາດຄູ.3. ສາລະຄະດີ: ຈາກການສຳຫຼວດຫຼ້າສຸດ ໃນປີ 2020 ອັດຕາການປົກຫຸ້ມ ຂອງປ່າໄມ້ ກວມເອົາ 62%. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 01.10.2024

1. ລາວຍອມຮັບການຫຼຸດພົ້ນຈາກປະເທດດ້ອຍພັດທະນາຍັງທ້າທາຍ.2. ແມ່ຍິງລາວ ຕົກເປັນເຫຍື່ອການແຕ່ງດອງ ແອບແຝງກັບຄູົນຈີນ 3. ສາລະຄະດີ: ການບຸກຊິງນັກໂທດ 5 ຄົນ ຢູ່ຄຸກ ນາໄຫນາໂນ ເກີດຂຶ້ນເປັນຄັ້ງທໍາອິດ Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 01.10.2024

1. ເນື້ອທີ່ນາ 100 ເຮັກຕ້າຣ໌ຂອງປະຊາຊົນເມືອງຊະນະຄາມ 400 ຄອບຄົວຖືກນໍ້າຖ້ວມ.2. ຫຼາຍໂຄງການຂຸດຄົ້ນແຮ່ທາດ ບໍ່ປະຕິບັດຕາມສັນຍາສໍາປະທານ ຂາດມາດຕະການ ປົກປັກຮັກສາສິ່ງແວດລ້ອມ-ສັງຄົມ.3. ສາລະຄະດີ: ພັກປະຊາຊົນປະຕິວັດລາວ ຈະມີກອງປະຊຸມໃຫຍ່ໃນຕົ້ນປີ 2026 ແລະອາດຈະມີການປ່ຽນແປງຄະນະຜູ້ນຳລາວຄັ້ງໃຫຍ່. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 27.09.2024

1. ແຂວງບໍ່ແກ້ວ ຊຸກຍູ້ໃຫ້ນັກທຸລະກິດທ້ອງຖິ່ນ ໃຊ້ເງິນກີບ.2. ຊາວບ້ານເມືອງດ໋າກຈຶງຕ້ອງການປະເມີນຄືນຄ່າຊົດເຊີຍດິນໂຄງການພະລັງງານລົມ3. ສາລະຄະດີ: “ມີເດັກຍິງລາວ ຕົກເປັນເຫຍື່ອ ການຄ້າມະນຸດ ຜ່ານການຕົວະແຕ່ງດອງ Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 26.09.2024

1. ມີການລັກລອບ ສິນຄ້າຈີນ ແລະ ສິນຄ້າໄທ ເຂົ້າມາລາວ ສົ່ງຜົນກະທົບຕໍ່ຜູ້ປະກອບການພາຍໃນ.2. ນາຍົກລັດຖະມົນຕີລາວ ອອກຄໍາສັ່ງ ວ່າດ້ວຍມາດຕະການແກ້ໄຂສຸກເສີນ ແລະຟື້ນຟູຜົນກະທົບຈາກນໍ້າຖ້ວມ.3. ສາລະຄະດີ: ເຈົ້າໜ້າທີ່ພັກແລະລັດຖະບານລາວ ລວມທັງຜູ້ທີ່ບຳນານແລ້ວຫຼາຍຄົນ ຍັງໃຊ້ລົດຂອງລັດເພື່ອຜົນປະໂຫຍດ Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 25.09.2024

1. ນາຍົກລັດຖະມົນຕີ ເປີດໃຫ້ຈີນເຂົ້າມາລົງທຶນໃນພາກເໜືອ.2. ນັກທ່ອງທ່ຽວຈີນ ຫລາຍຮ້ອຍຄົນ ຫລັ່ງໄຫລມາທ່ຽວແຂວງຫລວງພຣະບາງ ແຕ່ສ່ວນໃຫຍ່ຍັງອຸດໜຸນ ແຕ່ທຸລະກິດຂອງນັກລົງທຶນຈີນ ຄືເກົ່າ.3. ສາລະຄະດີ: ການຈັດຕັ້ງ ປະຕິບັດກົດໝາຍແຮງງານ ຍັງພົບຄວາມຫຍຸ້ງຍາກ Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 24.09.2024

1. ລັດຖະບານລາວ ເຈລະຈາຊື້ນ້ຳມັນເຊື້ອໄຟ ຈາກລັດເຊຍ ເນື່ອງຈາກບັນຫາ ຂາດແຄນນ້ຳມັນເຊື້ອໄຟ ຢູ່ພາຍໃນປະເທດ.2. ຊາວຫລວງນໍ້າທາ 40,000 ຄົນ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຍັງຕ້ອງການຄວາມຊ່ວຍເຫຼືອ. 3. ສາລະຄະດີ: ການຄຸ້ມຄອງ ການຂຸດຄົ້ນແຮ່ທາດຂອງລັດ ຍັງອ່ອນແອ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 23.09.2024

1. ຊາວບ້ານ ບ້ານຊໍ້ ເດືອດຮ້ອນ ຈາກການຂຸດຄົ້ນແຮ່ຄຳ2. ລະດັບນໍ້າຊໍາ ເພີ່ມຂຶ້ນຢ່າງໄວວາ ໄຫລເຂົ້າ 10 ບ້ານ ໃນເຂດເມືອງຊໍາເໜືອ ແຂວງຫົວພັນ ຂະນະທີ່ການຊ່ວຍເຫລືອ ຍັງລ່າຊ້າ3. ສາລະຄະດີ: ພັກປະຊາຊົນປະຕິວັດລາວ ຈະມີກອງປະຊຸມໃຫຍ່ໃນຕົ້ນປີ 2026 ແລະອາດຈະມີການປ່ຽນແປງຄະນະຜູ້ນຳລາວຄັ້ງໃຫຍ່. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 19.09.2024

1. ໂຮງຮຽນ 50 ແຫ່ງ ແລະນັກຮຽນ-ຄູເກືອບ 6,000 ຄົນຢູ່ຫຼວງນໍ້າທາ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.2. ຊາວບ້ານ ຍັງບໍ່ໄດ້ຮັບຜົນປະໂຫຍດທີ່ຄວນ ຈາກໂຄງການບໍ່ຄໍາເຊໂປນ.3. ສາລະຄະດີ: ເຫດການນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ໃນປີນີ້ ຖືວ່າໜັກທີ່ສຸດ ເທົ່າທີ່ຊາວບ້ານ ເຄີຍພົບພໍ້ມາ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 18.09.2024

1. ແຂວງ ຄໍາມ່ວນ ແລະ ບໍລິຄຳໄຊ ສືບຕໍ່ກຽມຮັບມືກັບ ພາຍຸ ດີເປຣ່ຊັນ ຂະນະ ທີ່ນໍ້າເຊຈໍາພອນ ຢູ່ລະດັບໃກ້ເຂດເຕືອນໄພ ແລະ ໄຫລຖ້ວມຜົນລະປູກຊາວບ້ານ ຫລາຍແລ້ວ.2. ລັດຖະບານລາວ ບໍ່ສາມາດຄວບຄຸມ ການໃຊ້ເງິນຕາ ຕ່າງປະເທດໄດ້.3. ສາລະຄະດີ: ລົດຂົນສົ່ງສີນຄ້າ ບໍລິເວັນດ່ານສາກົນ ບໍ່ເຕັນ-ບໍ່ຫານ ແຂວງຫຼວງນໍ້າທາ ບໍ່ສາມາດຂົນສົ່ງສີນຄ້າໄດ້ ຍ້ອນເຫດນໍ້າຖ້ວມ ເຮັດໃຫ້ເສັ້ນທາງ ການຈາລະຈອນເປ່ເພເສັຍຫາ. Hosted on Acast. See acast.com/privacy for mo...

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 17.09.2024

1. ແຂວງສະຫວັນນະເຂດ ຂາດຄູສອນ 500 ປາຍຄົນ2. ໂຮງງານ ຜະລິດແປ້ງມັນຕົ້ນ ຂອງຈີນ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ຍັງສົ່ງຜົນກະທົບສິ່ງແວດລ້ອມ-ສັງຄົມ ຂະນະທີ່ທາງການລາວ ສັ່ງໃຫ້ໂຮງງານປັບປຸງແກ້ໄຂ ແຕ່ຍັງບໍ່ສຳເລັດເທື່ອ3. ສາລະຄະດີ: ລັດຖະບານເລັ່ງແກ້ໄຂຄວາມບໍ່ເຊື່ອໝັ້ນຕໍ່ເງິນກີບທີ່ຍັງຜັນຜວນ. ເຖີງວ່າພາກລັດ ແລະ ພາກປະຊາຊົນຈະຊ່ອຍກັນລະດົມໃຫ້ໃຊ້ເງິນກີບແຕ່ນັ້ນຍັງບໍ່ແມ່ນທາງອອກ. ນັກວິເຄາະເຕືອນວ່າລາວຍັງຕ້ອງໃຊ້ເວລາອີກຫຼາຍປີເພື່ອກອບກູ...

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 16.09.2024

1. ຜູ້ປະສົບໄພນໍ້າຖ້ວມ ຍັງຕ້ອງການຄວາມຊ່ວຍເຫຼືອ 2. ລັດຖະບານລາວ ຫລຸດຜ່ອນກຳລັງພະນັກງານລົງ ຂະນະທີ່ ຫຼາຍກົມກອງ ຕ້ອງການຄົນງານຫຼາຍຂຶ້ນ.3. ສາລະຄະດີ:: ຄະນະຜູ້ແທນສະມາຄົມນັກລົບເກົ່າ ກອງທັບແຫ່ງພຣະຣາຊອານາຈັກລາວ ນໍາໂດຍທ່ານ ມະນູນສັກ ອາທະຂັນ ອາດີດນາຍທະຫານໜ່ວຍລົບພິເສດພາກ 3 ເຂົ້າຮ່ວມພິທີມອ Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 13.09.2024

1. ເຈົ້າໜ້າທີ່ລັດ 13 ຄົນ ຂອງແຂວງຫລວງນໍ້າທາ ຖືກສານຕັດສິນຈໍາຄຸກ ຍ້ອນສໍ້ລາດບັງຫລວງ 2. ເຈົ້າໜ້າທີ່ທາງການ ທີ່ກ່ຽວຂ້ອງ ເລັ່ງຊ່ອຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ.3. ສາລະຄະດີ: ດັດສະນີ ທັກສະການອ່ານ ແລະ ຄິດໄລ່ຂັ້ນພື້ນຖານ ຂອງນັກຮຽນອາຍຸ 7-14 ປີ ຍັງອ່ອນ ແລະ ພາບລວມຂອງການສຶກສາ ທີ່ມີຄຸນນະພາບ ມີແນວໂນ້ມບໍ່ກ້າວໜ້າ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 11.09.2024

1. ທາງການລາວ ອະນຸຍາດໃຫ້ບໍລິສັດ ເອກະຊົນລາວ ສຶກສາ-ສຳຫຼວດ ການສ້າງເຂື່ອນໄຟຟ້າ ເຊລະນອງ 4 ໃນແຂວງສາລະວັນ.2. ຈໍານວນນັກສຶກສາ ສະໝັກເຂົ້າຮຽນຕໍ່ ມະຫາໄລ ໜ້ອຍລົງ. 3. ສາລະຄະດີ: ຄະນະຜູ້ແທນສະມາຄົມນັກລົບເກົ່າ ກອງທັບແຫ່ງພຣະຣາຊອານາຈັກລາວ ເຂົ້າຮ່ວມພິທີ ຮັບຮູ້ການມອບສິ່ງບອກເລົ່າ ໃນສະໄໝສົງຄາມ ທີ່ຫໍສະໝຸດ ລັດຖະສະພາສະຫະຣັດ ຈັດຂື້ນທີ່ນະຄອນ ຫຼວງວໍຊິງຕັນ ດີຊີ ໃນມື້ວັນທີ 10 ກັນຍານີ້. Hosted on Acast. See acast.com/privacy for m...

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 10.09.2024

1. ລັດຖະບານ ໃຫ້ກວດຄືນໂຄງການຢູ່ແຂວງຈໍາປາສັກ ທີ່ບໍ່ມີການພັດທະນາ 2. ຊາວບ້ານ ໃນຫຼາຍເຂດ ຢູ່ແຂວງຫຼວງນ້ຳທາ ປະສົບໄພນ້ຳຖ້ວມ ກະທັນຫັນ ຍ້ອນພາຍຸນາກິ ແລະ ນ້ຳລົ້ນ ອອກຈາກເຂື່ອນໄຟຟ້ານ້ຳທາ 3 3. ສາລະຄະດີ: ທາງການລາວ ເລັ່ງຕິດຕາມຜູ້ໃຊ້ອິນເຕີເນັດໃນປະເທດ Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 09.09.2024

1. ແຂວງບໍລິຄຳໄຊ ຂາດແຄນຄູສອນ 400 ປາຍຄົນ2. ປະຊາຊົນ ຢູ່ແຄມນໍ້າຄານ ເລີ່ມໄດ້ຮັບຜົນກະທົບ ຈາກການປ່ອຍນໍ້າອອກຈາກເຂື່ອນໄຟຟ້ານໍ້າຄານ 2 ແລະ 33. ສາລະຄະດີ: ພາສາຈີນຍັງ ເປັນທາງເລືອກອັນດັບໜຶ່ງ ສຳລັບນັກສຶກສາຈົບໃໝ່ ແລະ ຄົນທົ່ວໄປ.ໃນແຕ່ລະສົກການສຶກສາ ມີຜູ້ສະມັກຮຽນເພີ່ມຂື້ນເລື້ອຍ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 07.09.2024

1.ເຂື່ອນໄຟຟ້າເຊລະນອງ 1 ຢູ່ແຂວງສະຫວັນນະເຂດ ເຕືອນໃຫ້ລະວັງ ຈະປ່ອຍນໍ້າອອກຈາກເຂື່ອນ 2.ເຈົ້າໜ້າທີ່ພົບສົບ ຜູ້ເສັຍຊີວິດ 3 ຄົນ ຈາກເຫດການເຮືອນຫຼົ້ມ 3.ສາລະຄະດີ: ທາງການນະຄອນຫຼວງວຽງຈັນ ສັ່ງປິດຮ້ານຊື້-ຂາຍໂລຫະພາຍໃນເຂດນະຄອນຫຼວງ ເພາະຜ່ານມາ ມີຄົນລັກເຫຼັກຈາກທາງລົດໄຟລາວ-ຈີນແລະທາງດ່ວນໄປຂາຍຫຼາຍເກີນໄປ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 05.09.2024

1. ການປະລະການ ຮຽນເພີ່ມໃນຫຼາຍແຂວງ ຍ້ອນຂາດຄູສອນ ແລະເສດຖະກິດຝືດເຄືອງ.2. ການປັບໂຄງສ້າງລາຄາໄຟຟ້າໃໝ່ ຈະເຮັດໃຫ້ປະຊາຊົນລາວ ມີຄວາມຫຍຸ້ງຍາກຫຼາຍຂື້ນ3. ສາລະຄະດີ: ເຂດເສດຖະກິດບໍ່ເຕັນແດນງາມ ມີຄົນງານລາວໜ້ອຍລົງ ເຖິງເຄິ່ງໜຶ່ງ ຍ້ອນຄົນງານຫຼາຍຄົນ ບໍ່ຢາກເຮັດວຽກ ຢູ່ເຂດດັ່ງກ່າວ ເພາະເງິນເດືອນຕ່ຳ ແລະອັນຕະລາຍ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 04.09.2024

1. ບໍລິສັດ ທີ່ຂຸດຄົ້ນແຮ່ຫາຍາກ ຢູ່ແຂວງຫົວພັນ ບໍ່ຈ່າຍຄ່າແຮງງານ ໃຫ້ຄົນງານລາວ.2. ບໍລິສັດຈີນ ທີ່ຜລິດນ້ຳມັນເຕົາ-ອົບຢາງຕີນລົດເກົ່າ ຢູ່ບ້ານດົງຄຳຫຼວງ ນະຄອນໄກສອນພົມວິຫານ ສົ່ງກິ່ນຂິວ ກະທົບຕໍ່ຊາວບ້ານ ຢ່າງໜັກໜ່ວງ.3. ສາຣະຄະດີ: ລະຫວ່າງເດືອນກໍລະກົດ ຫາເດືອນສິງຫາ 2024 ໄພພິບັດທາງທຳມະຊາດ ໄດ້ສ້າງຜົນເສັຍຫາຍ ໃຫ້ກັບປະເທດລາວ ໄປແລ້ວ 300 ກ່ວາຕື້ກີບ. ຜົນເສັຍຫາຍນີ້ ເກີດຈາກພະຍຸ ແລະ ຝົນຕົກໜັກ. Hosted on Acast. See acast.com/pri...

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 03.09.2024

1. ເຮືອຂົນສົ່ງແຮງງານມຽນມ້າ 50 ຊີວິດລົ່ມກາງນໍ້າຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ.2. ຜູ້ໃຊ້ ເຟສບຸກ 2 ຄົນ ທີ່ຖືກຕໍາຫຼວດຈັບ ໃນຂໍ້ຫາເຜິຍແພ່ວິດີໂອ ເລື່ອງຫົນທາງບໍ່ດີນັ້ນ ຖືກປ່ອຍຕົວແລ້ວ3. ສາລະຄະດີ: ຫຼາຍເປົ້າໝາຍ ການພັດທະນາ ແບບຍືນຍົງ ໃນລາວ ພົບພໍ້ສິ່ງທ້າທາຍໜັກໜ່ວງ ແລະ ໄດ້ຮັບການດຳເນີນການໄປ ຢ່າງຊັກຊ້າ ຈົນເຮັດໃຫ້ບາງເປົ້າໝາຍ ມີໂອກາດໜ້ອຍ ທີ່ຈະບັນລຸ.” Hosted on Acast. See acast.com/privacy for more information.

Höre den Podcast ທັນເຫດການ ເມືອງລາວ in Replaio

Radio und Podcasts in einer App - kostenlos und ohne Anmeldung. Installiere sie noch heute und verpasse den Start nicht

Bei Google Play herunterladen

Replaio ist kein Herausgeber von Podcasts; die Namen der Sendungen, Cover und Audioinhalte gehören ihren Autoren und werden über öffentliche RSS-Feeds verbreitet